黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ, ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​​ປຶກ​ສາ​ຫາ​ລື​ບັນ​ຫາ ສ​ປ​ປ ເກົາ​ຫຼີ​ທາງ​ໂທ​ລະ​ສັບ

2019-01-22 14:31:29 cri

ວັນ​ທີ 21 ມັງ​ກອນ​ນີ້, ທ່ານ​ແຈນ​ໂພ ປາ​ລາ​ດີ​ໂນ ຮອງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ວ່າ, ທ່ານ​ໄມ​ເຄີນ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ, ທ່ານ​ທາ​ໂຣ ໂຄ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ແລະ​ທ່ານ​ຄັງ​ຈອງວາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ​​ໄດ້ປຶກ​ສາ​ຫາ​ລື​ບັນ​ຫາ ສ​ປ​ປ ເກົາ​ຫຼີ​ທາງ​ໂທ​ລະ​ສັບ​ໃນ​ວັນ​ທີ 20 ມັງ​ກອນ​ນີ້.

ທ່ານ​ປາລາ​ດິ​ໂນ ກ່າວ​ວ່າ, ທ່ານ​ພົມ​ເພວ​ແລະ​ທ່ານ​ທາໂຣ ໂຄ​ໂນ​ໄດ້​ປຶກ​ສາ​ຫາ​ລື​ແຜນ​ການ​ໃນ​ຕໍ່​ໜ້າ​ເພື່ອຕິດ​ຕໍ່​ພົວ​ພັນ​ກັບ ສ​ປ​ປ ເກົາ​ຫຼີ. ໃນ​ເວ​ລາ​ໂທ​ລ​ະ​ສັບ​ກັບ​ທ່ານ​ຄັງ​ຈອງວາ, ສອງ​ຝ່າຍ​ໄດ້​ແຈ້ງ​ສະ​ພາບ​ການ​ທີ່​ຕິດ​ຕໍ່​ພົວ​ພັນ​ກັບ ສ​ປ​ປ ເກົາ​​ຫຼີ​ໃຫ້​ກັນ​ແລະ​ກັນ​ຊາບ.

ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຄິມຢອງ​ໂຈ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ​ ເກົາ​ຫຼີ​ທີ່​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​​ຢູ່ທຳ​ນຽບ​ຂາວ. ຫຼັງ​ຈາກ​ນັ້ນ​ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ວ່າ​ການ​ພົບ​ປະ​ຄັ້ງ​ທີ​ສອງ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ຣິ​ກາ​ແລະ​ສ​ປ​ປ ເກົາ​ຫຼີ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ໜ້າ.

 

ຄຳ​ເຫັນ

0