黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ​ປັກ​ກິ່ງ​ກ່ອນ​ບຸນ​ກຸດ​ຈີນ

2019-02-01 16:44:06 cri

ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ໝູ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄປຢ້ຽມ​ຢາມ​ປະ​ຊາ​ຊົນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ແລະ​​ອວຍ​ພອ​ນອັນ​ປະ​ເສີດ​ໃຫ້ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ. ຕອນ​ເຊົ້າ​ວັນ​ທີ 1 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງໄປ​ຮອດ​ເຂດ​ຕາ​ເວັນ​ອອກ​ຂອງ​ປະ​ຕູ​ສຽນ​ເໝີນ​ຂອງ​ປັກ​ກິ່ງ, ຍ່າງ​ຫຼິ້ນ​ຕາມ​ຖະ​ໜົນ​ສ້າວ​ສ້າງ​ຊື້​ຖຽວ​, ​ຍ່າງ​ເຂົ້າ​ໄປ​ເຮືອນ​ພັກ​ຂອງ​ປະ​ຊາ​ຊົນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ​, ຊອກ​ຮູ້​ສະ​ພາບ​ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ຫໍ່​ຂະ​ໜົມ​ກ້ຽວ, ທັງ​ລົມ​ກັນ​ກັບ​ປະ​ຊາ​ຊົນ​ທັງ​ຫຼາຍ​ຢ່າງ​ສະ​ໜິດ​ສະ​ໜົມ​ເປັນ​ກັນ​ເອງ.

ຄຳ​ເຫັນ

0