郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທເອື້ອ​ອຳ​ນວຍ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​​ໃນ​ຍາມ​ບຸນ​ກຸດ​ຈີນ

2019-02-06 16:56:33 cri

   ປີ2018​ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຂອງ​ແຜ່ນ​ດິນ​ໃ​ຫຍ່​ຈີນທີ່​ໄປ​ທ່ຽວ​​ປະ​ເທດ​ໄທ​ມີ​ເຖິງ 10.35 ລ້ານເທື່ອ​ຄົນ, ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ. ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຄາດ​ວ່າ, ໃນ​ໄລ​ຍະ​ບຸ​ນ​ກຸດ​ຈີນ​ປີນີ້​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ 330.000 ຄົ​ນ​ໄປ​ທ່ຽວປະ​ເທດ​ໄທ, ກວມຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍກວ່າ 30%, ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ໃຊ້​ຈ່າຍ​ຫຼາຍກວ່າ 10 ຕື້​ບາດ, ກວມ​ເກືອບ40%ຂອງຍອດມູນ​ຄ່າ​ບໍ​ລິ​ໂພກ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຢູ່​ໄທ.

   ເພື່ອ​​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ເດີນ​ທາງ​ໄປ​ທ່ຽວ​ໄປ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ຫວ່າງ​ມໍ່​ໆ​ນີ້ ປະ​ເທດ​ໄທ​ໄດ້​​ປັບນະ​ໂຍ​ບາຍ​ຍົກ​ຄ່າ​ວິ​ຊາ​​ກັບ​ດ່ານ​​ທີ່​ຕາມ​ກຳ​ນົດ​ຈະ​ໝົດ​ອາ​ຍຸ​ໃນ​ເດືອນ​ມັງ​ກອນ​ປີນີ້ ໃຫ້ຕໍ່​ເວ​ລາ​ໄປ​ຮອດ​ທ້າຍ​​ເດືອນເມ​ສາ​ປີນີ້, ພ້ອມ​ທັງ​ປັບ​ປຸງ​ການ​ບໍ​ລິ​ການ​ໃນ​ການ​ຂໍ​​ວິ​ຊ​າກັບ​ດ່ານ​ທາງ​ອິນ​ເຕີ​ເນັດ​ໃຫ້​​ດີ​ຂື້ນ​ຕື່ມ. ​ນອກນີ້ ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ຕົ້​ນ​ຕໍຂອງ​ໄທ​ລ້ວນ​ແຕ່​ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ກັບ​ບັນ​ດາ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ, ນັກ​ທ່ອງ​ທ່ຽວອອກ​ເດີນ​ທາງມີ​ຄວາມ​ສະ​ດວກ​ຫຼາຍ​ຂຶ້ນ​.

   ​ເມື່ອ​ຄຳ​ນຶງ​ເຖິງ​ຄວາມ​ຊີນ​ເຄີຍ​ໃນ​ກາ​ນ​ທ່ອງ​ທ່ຽວ​ແລະ​ການ​ບໍ​ລິ​ໂພກ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ, ​ປັດ​ຈຸ​ບັນ ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ຂອງ​ໄທ​ໄດ້​​ຕິດ​ປ້າຍບອກ​ທິດ​ທາງແລະ​ການ​ບໍ​ລິ​ການ​ໃຫ້​ຄຳແນະ​ນຳ​​ເປັນພາ​ສາ​ຈີນ, ໃນ​ຮ້ານ​ຄ້າ​ກໍ​​ຊຳ​ສະ​ສາງ​ຜ່ານ​ວິ​ເຊັດ​ຫຼື​ອາ​ລີ​ເພ(alipay)​ໄດ້​.

   ນອກນີ້, ຂໍ້​ມູນ​ຂອງ​ກະ​ຊວງທ່ອງ​ທ່ຽວ​ແລະ​ກິ​ລາ​ຂອງ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​​ໄທ​ແບບ​ທ່ຽວ​ເອງ​ໃນ​ປັດ​ຈຸບັນມີ​ອັດ​ຕາ​ສູງ​ເຖິງ 63%. ໃນ​ເມື່ອ​ກ່ອນ ນັກ​ທ່ອງ​ທ່ຽວ​ຈີນ​ສ່ວນ​ຫຼາຍ​ໄປ​ທ່ຽວ​ປ​ະ​ເທດ​ໄທ​ໂດຍ​ເຂົ້າ​ຮ່ວມ​ຄະ​ນະ​ທ່ອງ​ທ່ຽວ, ແຕ່​ດຽວນີ້​ສ່ວນ​ຫຼາຍ​ແມ່ນ​ເຂົ້າ​ຮ່ວມ​ຄະ​ນະ​ທ່ອງ​ທ່ຽວ​ຂະ​ໜາດ​ນ້ອຍ​ແລະ​ການ​ທ່ອງ​ທ່ຽວ​ໄປ​ເອງ, ​ແລະ​ນິ​ຍົມ​ການ​ທ່ອງ​ທ່ຽວ​ແບບ​ເນັ້ນ​ຫາ​ປະ​ສົບ​ການ​ທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ.

ຄຳ​ເຫັນ

0