吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມະ​ຫາ​ວິ​ທະ​ຍາ​ໄລ​ຟິ​ລິ​ປິນຈັດ​ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ

2019-02-07 14:43:15 cri

    ຕາມ​ຂ່າວCRI: ວັນ​ທີ 6 ກຸມ​ພາ​ນີ້​ແມ່ນ​ມື້​ຂຶ້ນ 2 ຄ່ຳ​ເດືອນ​ຈຽງ​ຈັນ​ທະ​ຄະ​ຕິ​ຈີນ, ແມ່ນ​ມື້​ທີ​ສອງ​ຂອງ​​ບຸນ​ກຸດ​ຈີນ, ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຕ່າງໆ​ທີ່​ມີ​ຊື່​ວ່າ “ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ຊົມ​ໃຊ້​ຄວາມ​ດີ​ງາມ”ຮ່ວມ​ກັນ ປີ 2019 ທີ່​ຈັດ​​ໂດຍ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ລິ​ທະ​ຍາ​ໄລ​ຟິ​ລິບ​ປິນ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຟິ​ລິບ​ປິນສາ​ຂາ​ຕີລີ​ແມນ​​.
    ທ່ານ​ໄມ​ໂກ ​ລິມ​ຕັນອະ​ທິ​ການ​ບໍ​ດີ​​ມະ​ຫາ​ວິ​ທະ​ຍາ​ໄລ​ຟິ​ລິບ​ປິນ​ສາ​ຂາ​​ຕີ​ລີ​ແມນ​ກ່າວ​ວ່າ, ການ​ໄປ​ມາ​ຫາ​ສູ່​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບລະ​ຫວ່າງ​ຈີນ ກັບ ຟິ​ລິບ​ປິນ​ໄດ້ມີ​ປະ​ຫວັດ​ດົນ​ນານ​ມາ​​ແລ້ວ, ນັບ​ແຕ່​ການ​ແລກ​ປ່​ຽນ​ສິນ​ຄ້າ​ໃນ​ຫຼາຍ​ຮ້ອຍ​ປີ​ກ່ອນ ຈົນ​ຮອດ​ວັດ​ທະ​ນະ​ທຳ​ທີ່​ເຊື່ອມ​ຕໍ່​ກັນ​ໃນ​ປັດ​ຈຸ​ບັນ, ວັດ​ທະ​ນະ​ທຳ​ຈີນ​ໄດ້​ຄ່ອຍໆ​ສ້າງ​ຜົນ​ສະ​ທ້ອນ​ຕໍ່​ຮີດ​ຄອງ​ປ​ະ​ເພ​ນີ, ອາ​ຫານ​ການ​ກິນ ແລະ ຄວາມ​ຊິນ​ເຄີຍ​ຕ່າງໆ​ຂອງ​ຟິ​ລິບ​ປິນ. ໃນ​ຖາ​ນະ​ທີ່​ເປັນ​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສູງ​ສຸດ​ຂອງ​ຟິ​ລິບ​ປິນ​ຄວນ​ມີ​ແນວ​ຄິດ​ເປີດ​ປະ​ຕູ ຮ່ຳ​ຮຽນ ແລະ ​ຊື່ນ​ຊົມ​ວັດ​ທະ​ນະ​ທຳ​​ທີ່​ຕ່​າງ​ກັນ.
     ​ຂ່າວ​ແຈ້ງວ່າ, ​ມາ​ຮອດ​ປີ​ນີ້, ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຟິ​ລິບ​ປິນ​ໄດ້​ຈັດ​ 4 ປີ​ຢ່າງ​ລຽນ​ຕິດ​ແລ້ວ. ປີ​ນີ້, ​ກ່ອນ​ຈັດ​ຢູ່ ມະ​ຫາ​ລິ​ທະ​ຍາ​ໄລ​ຟິ​ລິບ​ປິນສາ​ຂາຕີລີ​ແມນ​​ ກໍ່​ໄດ້​ຈັດ​ກິດ​ຈະ​ກຳ 3 ​ຄັ້ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຕົວ​ເມືອງ​ອັນ​ກີ​ລີ​ສ, ມະ​ຫາ​ວິ​ທະ​ຍາ​ໄລ​ມາ​ກາ​ຕີ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຕົວ​ເມືອງ​ມາ​ບາ​ລາ​ກາດ​ແລ້ວ.

ຄຳ​ເຫັນ

0