吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຜົນ​ງານ​ການ​ຮ່ວມ​ມື​ດ້ານ​ກາ​ນ​ສຶກ​ສາ​ຈີນ-ໄທ​ຈັດ​ຂຶ້ນຢູ່​ໄທ

2019-02-08 14:34:22 cri

    ຕາມ​ຂ່າວCRI: ງານ​ວາງ​ສະ​ແດງ​ຜົນ​ງານ​ການ​ຮ່ວມ​ມື​ດ້ານ​ກາ​ນ​ສຶກ​ສາ​ຈີນ-ໄທທີ່​ມີ​ຊື່​ວ່າ “ເປີ​ດ​ປະ​ຕູ​ຮ່ວມ​ມື​ກັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ”​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 6 ກຸມ​ພາ​ນີ້. ເຈົ້າ​ຍິງ  ສິລິ​ນທອນ ແລະ
ທ່ານ​ຫຼວີ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ ພ້ອມ​ດ້ວຍ​ພັນ​ທະ​ຍາ​ຂອງ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ.
    ກິດ​ຈະ​ກຳ​ເທື່ອ​ນີ້​​ສະ​ໜັບ​ສະ​ໜູນໂດຍ​ພະ​ແນກ​ສຶກ​ສາ​ທິ​ການ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ ແລະ ຈັດ​ຂຶ້ນ​ໂດຍສະ​ຖາ​ບັນ​ຂົງ​ຈື້​ເສັ້ນ​ທາງ​ສາຍ​ໄໝ​ເທິງ​ທະ​ເລ, ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ລາ​ຊະ​ພັດ​ພ​ຣະ​ນະ​ຄອນ​ເສັ້ນ​ທາງ​ສາຍ​ໄໝ​ເທິງ​ທະ​ເລ ແລະ ຫ້ອງ​ຮຽນ​ຂົງ​ຈື້​ຂອງ​ໂຮງ​ຮຽນ​ໄຕ​ຣ​ມິດ​ວິ​ທະ​ຍາ​ໄລ​. ນີ້​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຂະ​ໜ​າດ​ໃຫຍ່​ທີ່​ສະ​ຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້, ມີ​ຈຸດ​ປະ​ສົງ​ເພື່ອ​ແນະ​ນຳ​ສະ​ພາບ​ຂອງ​ຈີນ, ການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ ກັບ ໄທ ພ້ອ​ມ​​ດ້ວຍ​ການ​ພັດ​ທະ​ນາ​ຂອງ​ສະ​ຖາ​ບັນ​ຂົງ​ຈື້ໃຫ້​ແກ່​ປ​ະ​ຊາ​ຊົນ​ໄທ. ງານ​ວາງ​ສະ​ແດງ​ແບ່ງ​ອອກ​ເປັນ 3 ພາກ​ສ່ວນ​ໂດຍ​ໄດ້ເຕົ້າ​ໂຮມ​ວາງ​ສະ​ແດງ​ສະ​ພາບ​ຫຍໍ້​ການ​ພັດ​ທະ​ນາ​ວຽກ​ງານການ​ສຶກ​ສາ​ຂອງ​ຈີນ,ປະ​ຫວັດ​ສາດ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ ກັບ ໄທ, ຜົນ​ງານ​ພັດ​ທະ​ນາ ແລະ ກໍ່​ສ້າງ​ສ​ະ​ຖາ​ບັນ ແລະ ຫ້ອງ​ຮຽນ​ຂົງ​ຈື້​ທີ່​ສຳ​ຄັນ​ໃນທົ່ວ​ໂລກ ພ້ອ​ມ​ດ້ວຍ​ສະ​ພາບ​ການ​ແຈກ​ຢາຍແລະ​ພັດ​ທະ​ນາ​ສະ​ຖາ​ບັນ​ຂົງ​ຈື້​ ແລະ ຫ້ອງ​ຮຽນ​ຂົງ​ຈື້​ຢູ່​ໄທໃນ​ປັດ​ຈຸ​ບັນ. ໃນ​​ເຂດວາງ​ສະ​ແດງ​ຍັງ​​ມີ​ລາຍ​ການ​ປະ​ເທດ​ຕ່າງໆ​ເພື່ອ​ໃຫ້​ພົນ​ລະ​ເມືອງ ແລະ ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ກັບວັດ​ທະ​ນະ​ທຳ​ຂອງ​ຈີນ.

ຄຳ​ເຫັນ

0