徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວາ​ຣາ​ດີ​ເມຍ ປູ​ຕິນ​ກ່າວ​ວ່າ​ລະ​ບົບຄວບ​ຄຸມ​ກຳ​ລັງ​ຣົບ​ແລະ​ບໍ່​ແຜ່​ຜາຍ​ນິວ​ເຄຼຍ​ທົ່ວ​ໂລກ​ຜະ​ເຊີນ​ກັບ​ສິ່ງທ້າ​ທາຍ

2019-02-09 15:08:21 cri

ຕາມ​ຂ່າວCRI: ວັນ​ທີ 10 ກຸມ​ພາ​ນີ້​ແມ່ນ​ວັນ​​ພະ​ນັກ​ງານ​​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ, ທ່ານ​ວາ​ຣາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ສານອວນພອນ​ວ່າ, ປັດ​ຈຸ​ບັນ​ນີ້​ຄວາມ​ໝັ້ນ​ຄົງ​ໂລກ​ແລະ​ລະ​ບ​ຽບ​ສາ​ກົນໄດ້​ຮັບ​ການທົດ​ສອບ​ຢ່າງ​ໜັກ​ໜ່ວງ, ລະ​ບົບ​ຄວບ​ຄຸມ​ກຳ​ລັງ​ຮົບ​ແລະ​ບໍ່​ແຜ່​ຜາຍ​ນິວ​ເຄຼຍ​ທົ່ວ​ໂລກ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ຣັດ​ເຊຍ​ກຳ​ລັງ​​ຜະເຊີນ​ໜ້າ​ກັບ​ໜ້າ​ທີ່​ຢ່າງ​ໃຫຍ່​​​ຫຼວງໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ໃນ​ນັ້ນ​ລວມ​ທັງ​ການ​ຕັ້ງ​ໜ້າ​ປົກປ້ອງຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ປົກ​ປັກ​ຮັກ​ສາ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະສາ​ມັກ​ຄີ​ກັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ດ້ານ​ລັດ​ທິ​ກາ​ນ​ກໍ່​ການ​ຮ້າຍ. ທ່ານ​ວາ​ຣາ​ດີ​ເມຍ ປູ​ຕິນ​ຊີ້​ໃຫ້​ເຫັນວ່າ, ຣັດ​ເຊຍ​ຈະ​ສືບ​ຕໍ່​ຊຸກ​ຍູ້ຂະ​ບວນ​ການ​ສັນ​ຕິພາບ​ຂອງ​ຊີ​ຣີ, ແລະ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​​ວິ​ກິດ​ການ​ອື່ນໆ​ດ້ວຍ​ຊ່ອງ​ທາງ​ການ​ເມືອງ​ແລະ​ການ​ຕ່າງ​ປະ​ເທດ.

 

   ທ່ານ​ເຊີ​ແກ ລາ​ຟ​ໂລ​ຟ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 10 ກຸມ​ພາ​ນີ້​ວ່າ, ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ລວມ​ທັງ​ອາ​ເມ​ລິ​ກາ​ຖື​ຣັດ​ເຊຍ​ເປັນ​ໜຶ່ງ​ໃນ​ອຸ​ປະ​ສັກ​ຕົ້ນ​ຕໍ​ໃນ​ການ​ດຳ​ເນີນ​ການເມືອງ​ມະ​ຫາ​ອຳ​ນາດ​ໃນທົ່ວ​ໂລກ. ຣັດ​ເຊຍ​ຍິນ​ດີ​ດຳ​​ເນີນ​ການ​ປະ​ສານ​​ງານ​ກ່ຽວ​ກັບ​ບັນ​ຫາທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້, ແຕ່​ວ່າ​ການ​ປະ​ສານງານ​ປະ​ເພດ​ນີ້ບໍ່​ຄວນ​ຖື​ຄຳ​ຂາດ​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ.

ຄຳ​ເຫັນ

0