吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຊຽມ​ຣຽບ​ກຳ​ປູ​ເຈຍ​ກ່າວ​ວ່າ​ຈະ​ແກ້​ໄຂ​ບັນ​ຫາ “ຜູ້​ນຳ​ທ່ຽວ​ມືດ” ຢູ່​ອັງ​ກໍ​ວັດ

2019-02-09 15:02:00 CRI

    ວັນ​ທີ 8 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ແຂວງ​ຊຽມ​ຣຽບ​ກຳ​ປູ​ເຈຍ​ກ່າວ​ວ່າ, ລັດ​ຖະ​ບານ​ຈະ​​ນຳ​ໃຊ້​ມາດ​ຕະ​ການ​ຢ່າງ​ແຂງ​ແຮງ ເພື່ອ​ແກ້​ໄຂ​ບັນ​ຫາ​ “ຜູ້​ນຳ​ທ່ຽວ​ມືດ” ​ຄື​ຄົນ​ຕ່າງ​ປະ​ເທດ​ນຳ​ທ່ຽວ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ອັງ​ກໍ​ວັດ​.
    ເຈົ້າໜ້າ​ທີ່​ແຂວງ​ຊຽມ​ຣຽບ​ກ່າວ​ວ່າ, ຢູ່​ແຫຼ່ງ​ທ່ອງ​ທ່ຽວ​ຂອ​ງ​ອັງ​ກໍ​ວັດ, “ຜູ້​ນຳ​ທ່ຽວ​ມືດ” ມີ​ຈຳ​ນວນ​ຫຼາຍ.ພະ​ແນກ​ທ່ອງ​ທ່ຽວ, ກົມ​ຕຳ​ຫຼວດ, ​ສາ​ລະ​ວັດທະ​ຫານ ແລະ ສະ​ມາ​ຄົມຜູ້​ນຳ​ທ່ຽວ​​ຂອງ​ແຂວງ​ດັ່ງ​ກ່າວຄວນ​ສ້າງ​ກົນ​ໄກ​ແລ​ກ​ປ່ຽນ​ກັນ, ເມື່ອ​​ພົບເຫັນ​ຄົນ​ຕ່າງ​ປະ​ເທດ​ນຳ​ທ່ຽວ​ຢ່າງ​ຜິດ​ກົດ​ໝາຍ ຫຼື ເຫດ​ການ​ສຸກ​ເສີນ​ອື່ນໆ ຄວນ​ແຈ້ງ​ໃຫ້​ຮູ້​ໃນ​ທັນ​ທີ. ພ້​ອມ​ກັນ​ນັ້ນ, ​ຄວນ​ສຳ​ຫຼວດ ແລະ ຈົດ​ທະ​ບຽນ​​ຄົນ​ຕ່າງ​ປະ​ເທດ​ປະ​ຈຳ​ຢູ່​ແຂວງ​ຊຽມ​ຣຽມ​ເປັນ​ເລາ​ຍາວ​ນານ ເພື່ອ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ.
    ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ເປັນ​ໜຶ່ງ​ໃນ​ອຸດ​ສາ​ຫະ​ກຳ​ເສົາ​ຄ້ຳ​ຂອງ​ກຳ​ປູ​ເຈຍ. ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ແຈ້ງ​ໃຫ້​ຮູ້​ວ່າ, ປີ​ກາຍ​ນີ້, ກຳ​ປູ​ເຈຍ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 6 ລ້ານ 2 ແສນ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 11% ເມື່ອ​​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ປີ 2017. ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ມີ​ຈຳ​ນວນ 1 ລ້ານ 9 ແສນ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 58,33% ເມື່ອ​ທຽບ​ໃສ່ປີ 2017. ຈີນ​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ນັ​ກ​ທ່ອງ​ທ່ຽວ
ໃຫຍ່​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ​ໃນ​ປີ 2017 ແລະ ປີ 2018 ຢ່າງ​ລ​ຽນ​ຕິດ.

ຄຳ​ເຫັນ

0