徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຂ່ງ​ຂັນ “ຈີນໃນຫ້ອງ​ຮຽນເຈົ້າ”ຄັ້ງ​ທີ 12 ຟີ​ລິບ​ປີນ​ສິ້ນ​ສຸດ​ລົງຜູ້​ເປັນ​ແຊມຈະ​ເດີນ​ທາງ​ໄປຢ້ຽມ​ຢາມ​ນະ​ຄອນ​ຊຽງ​ໄຮ

2019-02-09 15:09:45 cri

ຕາມ​ຂ່າວCRI: ວັນ​ທີ 8 ກຸມ​ພາ​ນີ້, ການ​ແຂ່ງ​ຂັນ​ຄວາມ​ຮູ້​ຈີນ​ຂອງ​ນັກ​ຮຽນ​ ​ມັດ​ທະ​ຍົມຟີ​ລິບ​ປີນ​ທີ່​ມີ​ຫົວ​ຂໍ້ວ່າ “ຈີນ​ໃນຫ້ອງ​ຮຽນເຈົ້າ”​ຄັ້ງ​ທີ 12ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດຟີ​ລິບ​ປີນ, ນັກ​ຮຽນມັດ​ທະ​ຍົມຂອງ​ຟີ​ລິບ​ປີນ​ທີ່​ເປັນ​ແຊມ​ຈະ​ເດີນ​ທາງ​ໄປຢ້ຽມ​ຢາມ​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ທ້າຍ​ປີ​ນີ້, ເພື່ອ​ສຳ​ຜັດ​ກັບວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ແລະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຈີນ​ດ້ວຍ​ຕົນ​ເອງ.

 

ທ່ານ​ເປ​ເຕີ ​ຊົວ, ປະ​ທານສະ​ຫະ​ພັນ​​ສະ​ມາ​ຄົມຊາວ​ຈີນ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ໜຶ່ງ​ໃນ​ຝ່າຍ​ຈັດ​ຕັ້ງ​ກ່າວ​ວ່າ, ໃນ​ເດືອນ​ມິ​ຖຸ​ນາ​ປີ 2019 ໜ້າ​ນີ້, ວັນ​ມິດ​ຕະ​ພາບ​ລະ​ຫວ່າງຟີ​ລິບ​ປີນ​-ຈີນ ວັນ​ທີ 18 ​ຈະ​ວຽນ​ມາ​ເຖິງ, ເປົ້າ​ໝາ​ຍ​ຂອງ​ການ​ຈັດ​ການ​ແຂ່ງ​ຂັນ​ຄວາມ​ຮູ້“ຈີນໃນຫ້ອງ​ຮຽນເຈົ້າ”​ກໍ​ເພື່ອ​ຊຸກ​ຍູ້​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ຕື່ມ​ອີກ.

 

ການ​ແຂ່ງ​ຂັນ​ຄັ້ງ​ນີ້​ມີ​ນັກ​ຮຽນ 1600 ຄົນ​ທີ່​ມາ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕາງ​16 ແຫ່ງ​ທີ່​ຕາງ​ໜ້າ 16 ​ເມືອງ​​ຂອງ​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດຟີ​ລິບ​ປີນເຂົ້າ​ຮ່ວມ. ວັນ​ທີ 8 ທັນ​ວາປີ 2018 ໄດ້ຈັດ​ການ​ແຂ່ງ​ຈັນ​ເບື້ອງ​ຕົ້ນ, ໄດ້​ເລືອ 16 ທິມ​​ເພື່ອເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອງ​ຊະ​ນະ​ເລີດ, ແຕ່​ລະ​ທິມ​ລວມ​ທັງນັກ​ຮຽນ 4 ຄົນ.

ຄຳ​ເຫັນ

0