徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ໄທ ສະ​ໝັກ​ຊື່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ນາ​ຍົກ​ຊຸດ​ໃໝ່

2019-02-09 15:07:19 cri

ຕາມ​ຂ່າວCRI:ວັນ​ທີ 8 ກຸມ​ພາ​ນີ້​ແມ່ນ​ວັນ​ສຸດ​ທ້າຍ​ທີ່​ສະ​ໝັກ​ຊື່ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃຫຍ່​ຂອງ​ໄທ, ໃນ​ຕອນ​ເຊົ້າ​ວັນ​ທີ 8 ກຸມ​ພາ​ນີ້, ທ່ານ​​ປຣະ​ຍຸດ ຈັນ​ໂອ​ຊາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ, ​ເຫັນ​ດີ​ເປັນ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງນາ​ຍົກ​ລັດ​ຖະ​ມົນ​ຕີ​ພຽງຄົນ​ດຽວ​ທີ່​ສະ​ເໜີ​ໂດຍ​ພັກ​ພະລັງ​​ປະ​ຊາ​ຊົນ​ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ຊຸດ​ໃໝ່.

 

ການ​ເລືອກ​ຕັ້ງ​ໃຫຍ່​ຂອງ​ໄທ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນາ​ໜ້າ​ນີ້. ໃນ​ເວ​ລາ 9 ໂມງ​ຂອງ​ວັນ​ທີ 8 ກຸມ​ພາ​ນີ້, ທ່ານ​​ປຣະ​ຍຸດ ຈັນ​ໂອ​ຊາເຫັນ​ດີ​ນຳ​ພັກ​ພະລັງ​​ປະ​ຊາ​ຊົນ​​​ທີ່​ທ່ານສັງ​ກັດ​ນັ້ນ​ເຊື້ອ​ເຊີນ​​ທ່ານ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີພຽງ​ຄົນ​ດຽວ​ພາຍ​ໃນ​ພັກ, ແລະ​ຈະ​ຍື່ນບັນ​ຊີ​ລາຍ​ຊື່ຂອງ​ຜູ້​​ສະ​ໝັກຮັບ​ເລືອກ​ຕັ້ງ​ໃຫ້​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເພື່ອກວດ​ສອບ, ເຊິ່ງ​ໝາຍ​ຄວາມ​ວ່າ​ທ່ານ​​ປຣະ​ຍຸດ ຈັນ​ໂອ​ຊາຕົກ​ລົງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊຸດ​ໃໝ່.

 

​ມ​າ​ຮອດປັດ​ຈຸ​ບັນ, ​ລວມ​ມີ 73 ພັກ​ການ​ເມືອງ​ສະ​ໝັກ​ຮັບ​ເລືອກຕັ້ງ​ສະ​ມາ​ຊິກ​ລັດ​ຖະສະ​ພາ​, ແລະ​ມີ 18 ທ່ານ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລວມ​ທັງ​ທ່ານ​​ປຣະ​ຍຸດ ຈັນ​ໂອ​ຊາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊຸດ​ປັດ​ຈຸ​ບັນ​ແລະ​ເຈົ້າ​ຍິງ​ອູ​ບົນ ຣັດ​ຕະ​ນະ, ລູກ​ສາວ​ກົກ​ຂອງ​ສົມ​ເດັດ ພູ​ມີ​​ພົນ ອະ​ດຸນ​​ຍະ​ເດດ ອະ​ດີດ​ເຈົ້າ​ຊີ​ວິດ​ໄທ,  ຈະ​ເປັນ​ການ​ເລືອກ​ຕັ້ງ​ໃຫຍ່​ຄັ້ງ​ທຳ​ອິດທີ່​ມີ​ສະ​ມາ​ຊິກພະ​ບໍ​ລົມ​ວົງ​ສາ​ນຸ​ວົງເຂົ້າ​ຮ່ວມ. ນອກ​ນັ້ນ, ການ​ເລືອກ​ຕັ້ງ​ໃຫຍ່​ຄັ້ງ​ນີ້​ຍັງ​ເປັນ​ການ​ເລືອກ​ຕັ້ງ​ໃຫຍ່​ທີ່​ມີ​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໄທ.          

ຄຳ​ເຫັນ

0