吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສອງ​ເກົາ​ຫຼີ​ຈະ​ຫາ​ລື​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ປີ 2020

2019-02-09 14:59:16 cri

    ວັນ​ທີ 7 ກຸມ​ພາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ເຜີຍ​ໃຫ້​ຮູ້​ວ່າ, ເຈົ້າ​ໜ້າ​ທີ່​ກິ​ລາ​ຂອງສ​ປ​ປ​ເກົາ​ຫຼີ ແລະ ສ.ເກົາ​ຫຼີ ກັບ ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຈະ​ຈັດ​ການ​ເຈ​ລະ​ຈາ​ສາມ​ຝ່າຍ ເພື່ອ​ພ້ອມ​ກັນ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ເກົາ​ຫຼີ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ປີ 2020.
    ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ ປີ 2018, ຄະ​ນະ​ຜູ້​ແທນ​ສອງ​ເກົາ​ຫຼີຮ່ວມກັນ​ເຂົ້າ​ສູ່​​ສະ​ໜາມ​ກິ​ລາ​ໃນພິ​ທີ​ໄຂ​ງານ ຍັງ​ຈັດ​ຕັ້ງ​ທິມ​ຮ່​ວມ​ກັນ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ນ້ຳ​ກ້ອນ.
    ຄະ​ນະ​ກຳ​ມະ​ການ​ສາ​ກົນ​ກ່າວ​ວ່າ, ວັນ​ທີ 15 ກຸມ​ພາ​ນີ້, ຜູ້​ຕາງ​ໜ້າ​ວົງ​ການ​ກິ​ລາ​ຂອງ​ສອງ​ເກົາ​ຫຼີ​ຈະ​ພົບ​ປະ​ກັນ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນທີ່​ຕັ້ງ​ຢູ່​ໂລ​ຊານ​ປະ​ເທດ​ສວິ​ສ, ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ປຶກ​ສາຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​​ປະ​ເທດໃນ​ຍາມ​ງາມ​ກິ​ລາ​ໂອ​ລິ​ມ​ປິກ​ໂຕ​ກຽວ.
    ຂ່າວ​ສານ​ອາ​ເປ​ຝ​ຣັ່ງ​ລາຍ​ງາ​ນ​ວ່າ, ສອງ​ເກົາ​ຫຼີ​ອາດ​ຈະຈັດ​ຕັ້ງ​ທີມ​ດຽວ​ກັນເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ ແລະ ການ​ແຂ່ງ​ຂັນຮອບ​ຄັດ​ເລື​ອກກ່ອນ​ງານ​ກິ​ລາ​ໂອ​ລິມ​ປິກ.

ຄຳ​ເຫັນ

0