徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ​ຮຽກ​ຮ້ອງ​ໃຫ້​ທ່ານ​ຮູ​ອັນ ກົວ​ອີ​ໂດ​ຢຸດ​ເຊົາ​ການ​ກະ​ທຳ​ທີ່ໄຮ້​ສະ​ຕິ​

2019-02-10 15:09:24 cri

   ຕາມ​ຂ່າວCRI: ວັນ​ທີ 9 ກຸມ​ພາ​ນີ້, ທ່ານນາງ​ເດນ​ຊີ ໂຣ​ດຼີ​ເກີ​ສ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ, ຮຽກ​ຮ້ອງ​ໃຫ້​ທ່ານຮູ​ອັນ ກົວ​ອີ​ໂດ, ສະ​ມາ​ຊິກ​ຝ່າຍ​ຄັດ​ຄ້ານລັດ​ຖະ​ບານ, ປະ​ທານ​ລັດ​ຖະສະ​ພາ​ຈົ່ງ​ຢຸດ​ເຊົາການ​ກະ​ທຳ​ທີ່​ໄຮ້​ສະ​ຕິ.

 

ວັນ​ທີ 8 ກຸມ​ພາ​ນີ້, ທ່ານຮູ​ອັນ ກົວ​ອີ​ໂດ​ກ່າວ​ວ່າ, ໃນ​ສະ​ພາບ​ການ​ທີ່​ຈຳ​ເປັນ, ບໍ່​ຫຼີກ​ເວັ້ນ “ການມອບ​ສິດ ” ​ໃຫ້​ອາ​ເມ​ລິ​ກາ​ຫຼື​ປະ​ເທດ​ອື່ນ​ແຊ​ກ​ແຊງ​​ສະ​ຖາ​ນະ​ການ​ຂອງ​ເວ​ເນ​ຊູ​ເອ​ລາດ້ວຍ​ກຳ​ລັງ​ທະ​ຫານ, ເພື່ອ​ບັງ​ຄັບ​ໃຫ້​ທ່ານນີ​ໂຄ​ລາ​ສ ມາ​ດູ​ໂຣ ໂມ​ໂຣ​ສ, ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາອອກ​ຈາກ​ຕຳ​ແໜ່ງ​​ແລະ​ຜ່ອນ​ຄາຍ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຂອງ​ເວ​ເນ​ຊູ​ເອ​ລາ.

 

ທ່ານ​ນາງ​ເດນ​ຊີ ໂຣ​ດຼີເກີ​ສ​ກ່າວ​ຕື່ມ​ວ່າ, ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ​ໄດ້​ສະ​ແດງ​ຄວາມ​ຫວັງ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢ່າງ​ຈະ​ແຈ້ງ.ອັນ​ທີ່​ວ່າ​ການ​ຊ່ວຍ​ເຫຼືອແບບມະ​ນຸດ​ສະ​ທຳ​​ຂອງ​ອາ​ເມ​ລິ​ກາ​​ເປັນພຽງ​ແຕ່​ “ຂໍ້​ອ້າງ​ຂອງ​ການຮຸກ​ຮານ​ເວ​ເນ​ຊູ​ເອ​ລາ” ເທົ່າ​ນັ້ນ.

ຄຳ​ເຫັນ

0