吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຣັດ​ເຊຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ອາ​ເມ​ລິ​ກາ​ທຳ​ລາຍ​ລະ​ບົບ​ຄວມ​ຄຸມ​ກຳ​ລັງ​ຮົບອາດ​ຈະ​ສ້າງ​ຜົນ​ຮ້າຍ​ທີ່​ຄາດ​ບໍ່​ໄດ້

2019-02-10 15:13:26 cri

    ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ວາ​ສ​ລີ ເນ​​ເບັນ​ເຈຍ ຜູ້​ຕາ​ງ​ໜ້າ​ຖາ​ວອນ​ຂອງ​ຣັດ​ເຊຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ອາ​ເມ​ລິ​ກາ​ທຳ​ລາຍ​ລະ​ບົບ​ຄວມ​ຄຸມ​​ກຳ​ລັງ​ຮົບອາດ​ຈະ​ສ້າງ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ຄາດ​ບໍ່​ໄດ້.
    ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ຊ່ອງ​ທຳ​ອິດ​ຣັດ​ເຊຍ​ໃນ​ມື້​ດຽວ​ກັນ, ທ່ານ​ເນ​ເບັນ​ເຈຍກ່າວ​ວ່າ, ອາ​ເມ​ລິ​ກາ​ກຳ​ລັງ​ທຳ​ລາຍ​ລະ​ບົບ​ຄວບ​ຄຸມ​ກຳ​ລັງ​ຮົບ, ມີ​ເຈ​ຕະ​ນາ​ຂະ​ຫຍາຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ໂລກ. ຣັດ​ເຊຍ​ຄາດຄະ​ເນຜົນ​ຮ້າຍ​​ຢ້ອນ​ຫຼັງ​ບໍ່​ໄດ້, ຄວາມ​ສ່ຽງ​ທີ່​ເກີດ​ການ​ປະ​ທະ​ກັນ​ກໍ່​ພວມ​​ເພີ່ມ​ຂຶ້ນ. ທ່ານ​ເຫັນ​ວ່າ, ຂໍ້​ຂັດ​ແ​ຍ້ງ​ໃນ​ຍາມ​ສົງ​ຄາມ​ເຢັນ​ຍັງ​ມີ​ຢູ່​ໃນ​ປັດ​ຈຸ​ບັນ, ສາ​ເຫດ​ຕົ້ນ​ຕໍ​ຂໍ້​ໜຶ່ງ​ແມ່ນ​ຣັດ​ເຊຍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ແຕ່​ປະ​ເທດ​​ຕາ​ເວັນ​ຕົກບໍ່​ສາ​ມາດ​ສ້າງ​ຜົນ​ກະ​ທົບ​ຕໍ່​ຣັດ​ເຊຍ​ຄື​ຊຸມ​ປີ 1990 ນັ້ນອີກ​ແລ້ວ, ເຮັດ​ໃຫ້ຕາ​ເວັນ​ຕົກ​ບໍ່​ພໍ​ໃຈ​ຕໍ່​ເລື່ອງ​ນີ້.

ຄຳ​ເຫັນ

0