徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ແສ​ຕົ້ນ​ຕໍ​ດ້ານ​ການ​ຮ່ວມ​ມືແລະຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ບໍ່​ຄວນ​ມີ​ການ​ປ່ຽນ​ແປງ

2019-02-10 15:08:35 cri

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຊຸຍ ທຽນ ​ຂາຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ການ​ມີຄວາມ​ຂັດ​ແຍ້ງ​ກັນລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນເລື່ອງ​ທີ່​ປົກ​ກະ​ຕິ, ສິ່ງ​ທີ່​ສຳ​ຄັນ​ກໍ່​ແມ່ນ​ສອງ​ຝ່າຍ​ຄວນ​ເພີ່​ມ​ທະ​ວີ​ຄວາມ​ຮັບ​ຮູ້ນຳ​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ, ​ວິ​ນິດ​ໃສຈຸດ​ປະ​ສົງ​ດ້ານ​ຍຸດ​ທະ​ສາດຂອງ​ຝ່າຍ​ກົງ​ກັນ​ຂ້າມ​ຢ່າງ​ຖືກ​ຕ້ອງ. ກະ​ແສ​ຕົ້ນ​ຕໍ​ດ້ານ​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ຄວນ​ມີ​ການ​ປ່ຽນ​ແປງ.

 

ວັນ​ທີ 8 ກຸມ​ພາ​ນີ້, ທ່ານ​ຊຸຍ ທຽນ ​ຂາຍ​ໄດ້​ເຂົ້​າ​ຮ່ວມ​ງານ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ຄົບ​ຮອບ 40 ປີ​ຢູ່​ລັດມີ​ຊີ​ການ​ຂອງ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ໃນ​ງານ​ສົນ​ທະ​ນາ​ວ່າ, ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ກັບ​ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ຂອງ​ຈີນເກືອບ​ໄດ້​ດຳ​ເນີນ​ໃນ​ເວ​ລາ​ດຽວ​ກັນ, ​ນີ້​ບໍ່​ແມ່ນ​ເລື່ອງ​ບັງ​ເອີນຢ່າງ​ເດັດ​ຂາດ. 2 ຂະ​ບວນການ​ປະ​ຫວັດ​ສາດ​ໃຫຍ່​ດັ່ງ​ກ່າວໄດ້​​ຂະ​ຫຍາຍ​ໄປ​ໜ້າ​ພ້ອມ​ກັນ, ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປ​ະ​ໂຫຍດ​ຢ່າງ​ໃຫຍ່​ຫຼວງ​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈີນອາ​ເມ​ລິ​ກາ​ແລະ​ປະ​ຊາ​ຊົນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ລະ​ບອບ​ສັງ​ຄົມ​ແລະ​ດ້ານ​ອື່ນໆ​ກໍ​ຕາມ, ແຕ່​ໃນ 40 ປີ​ຜ່ານ​ມາ​ນີ້, ກະ​ແສ​ຕົ້ນ​ຕໍ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ການ​ຮ່ວມ​ມື​ແລະ​​ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຕະ​ຫຼອດມາ. ໃນ 40 ປີ​ຜ່ານ​ມາ​ຈີນ​ກັບ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ໄດ້ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ແຕ່​ວ່າ​ກະ​ແສ​ຕົ້ນ​ຕໍ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ຄວນ​ມີ​ການ​ປ່ຽນ​ແປງ.

 

ທ່ານ​ຊຸ່ຍ ທ່ຽນ ຂາຍ​ກ່າວ​ຕື່ມວ່າ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວ​ມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຂອງການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ. ​ໃນ 40 ປີ​ຜ່ານ​ມາ​ທີ່ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ສ້າງຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ຈຳ​ນວນ​​ນັກ​ຮຽນ​ນັກ​ສຶກ​ສາຂອງ​ຈີນ​ທີ່​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ເລື້ອຍໆ, ນັກ​​ສຶກ​ສາຂອງ​ອາ​ເມ​ລິ​ກາ​ທີ່​ມາ​ຮຽນ​ຢູ່​ຈີນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັ​ພວກ​ເຂົາ​ເຈົ້າແມ່ນ​ຂົວ​ທີ່​ສຳ​ຄັນ​ດ້ານ​ກາ​ນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ, ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ກ​ຄວາມ​​ເຂົ້າ​ໃຈກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ. ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​​ສະ​ໜັບ​ສະ​ໜູນ​ແລະ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍຫຼາຍກວ່າ​ເກົ່າ, ເພີ່ມ​ທະ​ວີ​ພື້ນ​ຖານ​ດ້ານ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​-ອາ​ເມ​ລິ​ກາ​ຢ່າງ​ບໍ່​ຢຸດ​ຢັ້ງ

ຄຳ​ເຫັນ

0