吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຍິງ​ອູ​ບົນ​ຂອບ​ໃຈ​ຜູ້​ສະ​ໜັບ​ສະ​ໜູນ ພັກ​ຮັກສາ​ຊາດ​ຂອງ​ໄທກ່າວ​ວ່າ​ເຄົາ​ລົບ​ພະ​ລາດ​ຊະ​ໂອງ​ການ​ຂອງ​ເຈົ້າ​ຊີ​ວິດ

2019-02-10 15:23:54 cri

    ວັນ​ທີ 8 ກຸມ​ພາ​ນີ້, ເຈົ້າ​ຍິງ​ອູ​ບົນ ຣັດ​ຕະ​ນະ ເອື້ອຍ​ຂອງ​ສົມ​ເດັດ​ພະ​ເຈົ້າ​ຢູ່​ຫົວ​ມະ​ຫາ​ວະ​ຊິ​ຣາ​ລົງ​ກອນ ເຈົ້າ​ຊີ​ວິດ​ໄທ ແລະ ທ່ານ​ນາ​ຍົກປະຍຸດ ຈັນ​ໂອຊາຕ່າງ​​ກໍ່ໄດ້​ປະ​ກາດ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຮອບໃໝ່​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນາ​ນີ້. ແຕ່​ຕອນ​ຄ່ຳ​ມື້​ດຽວ​ກັນ, ເຈົ້າ​ຊີ​ວິດ​ຊົງ​ອອກ​​ພະ​ລາ​ຊະ​ໂອງ​ການວ່າ ເຈົ້າ​ຍິງ​ອູ​ບົນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ບໍ່​ເໝາະ​ສົມ. ວັນ​ທີ 9 ກຸມ​ພາ​ນີ້, ເຈົ້າ​ຍິງ​ອູ​ບົນ ຣັດ​ຕະ​ນະ​​ໄດ້​ພິມ​ບົດ​ຄວາມ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​​ຜູ້ສະ​ໜັບ​ສະ​ໜູນ. ພັກ​ຮັກ​ສາ​ຊາດໄທ​ກໍ່​ອອກ​ຖະ​ແຫຼງ​ການ​ວ່າ, ​ຈະເຄົາ​ລົບ​ພະ​ລາ​ຊະ​ໂອງ​ການຂອງ​ເຈົ້າ​ຊີ​ວິດ.
    ​ຕອນກາງ​ຄືນ​ວັນ​ທີ 8 ກຸມ​ພາ​ນີ້, ເຈົ້າ​ຊີ​ວິດ​ມະ​ຫາ​ວະ​ຊິ​ຣາ​ລົງ​ກອນ​ຊົງ​ອອກ​​ພະ​ລາ​ຊະ​ໂອງ​ການ​ວ່າ, ພະ​ບໍ​ລົມ​ມະ​ວົງ​ສາ​ນຸ​ວົງ​ທັງ​ຫຼາຍ​ຄວນ​ຫ່າງ​ໄກຈາກ​ການ​ເມືອງ, ຮັກ​ສາ​ຈຸດ​ຢືນ​ເປັນ​ກາງ, ຮັບ​ຕຳ​ແໜ່ງ​ທາງ​ການ​ເມືອງ​ໃດໆ​ບໍ່​ໄດ້, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ່​ເປັນ​ການ​ລະ​ເມີດລັດ​ຖະ​ທຳ​ມະ​ນູນ ແລະ ຊີ້​ອອກ​ຢ່າງ​ແຈ່ມ​ແຈ້ງວ່າ​ເຈົ້າ​ຍິງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ນັ້ນ​ແມ່ນ​ເລື່ອງ​ທີ່​ບໍ່​ເໝາະ​ສົມ​​ທີ່​ສຸດ.
     ຕອນ​ເຊົ້າ​ວັນ​ທີ 9 ກຸມ​ພາ​ນີ້, ຫຼັງ​ຈາກ​ເຈົ້າ​ຊີ​ວິດ​ໄດ້​ຊົງ​ອອກ​ພະ​ລາ​ຊະ​ໂງ​ການ​ແລ້ວ, ເຈົ້າ​ຍິງ​ອູ​ບົນ​ໄດ້​ພົ​ສບົດ​ຄວາມ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຂອບ​ໃຈ​ຜູ້​ທີ່​ຮັກ​ຫອມ ແລະ ສະ​ໜັນ​ສະ​ໜູນ​ຂ້າ​ພະ​ເຈົ້າ​ໃນ​ມື້​ທີ່​ຜ່ານ​ໄປ, ຢາກ​ເວົ້າ​ຢ່າງ​ຈິງ​ໃຈ​ອີກ​ເທື່ອ​ໜຶ່ງວ່າ, ຫວັງ​ວ່າ​ປະ​ເທດ​ຊາດ​ມີ​ຄວາມ​ກ້າວ​ໜ້າ ແລະ ໄດ້​ຮັບ​ຄວາມ​ຍ້ອງ​ຍໍ ແລະ ຄວາມ​ຊົມ​ຊອບ​ຈາກ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ. ຫວັງ​ໃຫ້​ຄົນ​ໄທ​ໝົດ​ທຸກ​ຄົນ​ກໍ່​​ສາ​ມາດໄດ້​ຮັບ​ສິດ ແລະ ໂອ​ກາດ​​ເທົ່າທີ່​ຄວນ​, ຢູ່​ເຢັນ​ເປັນ​ສຸກ ແລະ ມີ​ຄວາມ​ສຸກ​ຕະ​ຫຼອດໄປ.
    ມື້​ດຽວ​ກັນ, ພັກ​ຮັກ​ສາ​ຊາດ​ໄທ​ກໍ່​ອອກ​​ຖະ​ແຫຼງ​ການ​ກ່າວ​ວ່າ,​ຈະເຄົາ​ລົບ​ພະ​ລາ​ຊະ​ໂອງ​ການຂອງ​ເຈົ້າ​ຊີ​ວິດ.

ຄຳ​ເຫັນ

0