郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານມາ​ດູ​ໂລ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ​ຍົກ​ເລີກ​ກາ​ນ​ຂວ້ຳ​ບາດ​ຕໍ່​ເວ​ເນ​ຊູ​ເອ​ລາ

2019-02-10 15:53:26 cri

   ​ວັນ​ທີ 8 ກຸມ​ພານີ້ ທ່ານ​ນີ​ໂກ​ລາ​ສ ​ມາ​ດູ​ໂລ ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ​ໄດ້​ກ່າວ​ວ່າ​ບໍ່​ຮັບເອົາ​ຖະ​ແຫຼງ​ການ​​ຂອງກອ​ງ​ປະ​ຊູມ​ໜ່ວຍ​ຕິດ​ຕໍ່​ພົວ​ພັນ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ເວ​ເນ​ຊູ​ເອ​ລາ​ທີ່​ເປີດ​ເຜີຍໃນ​ມື້​ຜ່ານ​ມາ. ທ່ານ​ກ່າວ​ວ່າ, ການ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄືນ​ໃໝ່​ບໍ່​ແມ່ນ​ເລື່ອງ​ບູ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ, ທ່ານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ປິດ​ລ້ອມ​ແລະ​ການ​ຂວ້ຳ​ບາດທາງ​ການ​ທະ​ນາ​ຄານ​ຕໍ່​ເວ​ເນ​ຊູ​ເອ​ລາ​ໃນ​ທັນ​ທີ.

   ກອ​ງ​ປະ​ຊູມ​ໜ່ວຍ​ຕິດ​ຕໍ່​ພົວ​ພັນ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ເວ​ເນ​ຊູ​ເອ​ລາໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົງ​ເຕວິ​ດີ​ໂອ ປະ​ເທດ​ອູ​ຣູ​ໄກ​ວ​ໃນ​ວັນ​ທີ 7 ກຸ​ມ​ພານີ້, 10 ກວ່າ​ປະ​ເທດ​ຂອງ​ທະ​ວີບ​ອາ​ເມ​ລິ​ກາ​ລາ​ຕີ​ແລະ​ສະ​ຫະ​ພາບ​ເອີ​ລົບ​ໄດ້ເຂົ້າ​ຮ່ວມ, ​ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາ​ເວ​ເນ​ຊູ​ເອ​ລາ​ດ້ວຍ​ວິ​ທີ​ສັນ​​ຕິ​ພາບ, ຂະ​ນະ​ດຽວ​ກັນ​ກໍ​ທວງ​ໃຫ້​ເວ​ເນ​ຊູ​ເອ​ລາ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ໄວ​ເທົ່າ​ຈະ​ໄວ​ໄດ້.

   ວັນ​ທີ 8 ກຸມ​ພານີ້ ທ່ານ​ມາ​ດູ​ໂລ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ທ່ານ​ບໍ່​ຮັບ​ເອົາ​ຖະ​ແຫຼງ​ການ​ສະ​ບັບ​ນີ້, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ບໍ່​ທ່ຽງ​ທຳ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຕໍ່​ເວ​ເນ​ຊູ​ເອ​ລາ. ແຕ່​ທ່ານ​ກ່າວ​ວ່າ, ຍິນ​ດີ​​ຕ້ອນ​ຮັບ​ຄະ​ນະ​ຜູ້​​ແທນ​ ​ທີ່​ແຕ່ງ​ໂດຍກອ​ງ​ປະ​ຊູມ​ໜ່ວຍ​ຕິດ​ຕໍ່​ພົວ​ພັນ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ເວ​ເນ​ຊູ​ເອ​ລາ ແລະ​ແລກ​ປ່ຽນ​ກັບ​ຄະ​ນະ​ຜູ້​ແທນ​ຢ່າງ​ເລິກ​ເຊິ່ງ.

ຄຳ​ເຫັນ

0