吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນ​ຄ່າ​ບໍລິ​ໂພ​ກ​ໄລຍະ​ບຸນ​ກຸດ​ຈີນ​ປີ 2019 ບັນລຸ​ຫຼາຍ​ກວ່າ 1000 ຕື້​ຢວນ

2019-02-11 17:28:53 cri

ວັນ​ທີ 10 ກຸມພາ​ນີ້, ກະຊວງ​ການ​ຄ້າ​ຈີນ​ໄດ້​​ເປີດ​ເຜີຍ​ວ່າ: ມູນ​ຄ່າ​ບໍລິ​ໂພ​ກຂອງ​ການຂາຍ​ຍ່ອຍ ​ແລະ​ວິ​ສາ​ຫະກິດ​ກິນ​ດື່ມ​ໃນ​ທົ່ວ​ປະ​ເທດ​ຈີນ​​ໃນ​ໄລຍະບຸນ​ກຸດ​ຈີນ​ປີ 2019 ບັນລຸ​ເຖິງ 1005 ຕື້​ຢວນ, ​ເພີ່ມ​ຂຶ້ນ 8,5% ​ເມື່ອທຽບ​ໃສ່​​​ປີ 2018.

​ເບິ່ງ​ຕາມ​ຂໍ້​ມູນສະຖິຕິ, ທ່າ​ອ່ຽງການ​ບໍລິ​​ໂພ​ກຂອງ​ຈີນ​ຍັງ​ພວມ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ, ການບໍລະ​ໂພ​ກທາງ​ອິນ​​ເຕີ​ແນັດ​ເພີ່ມ​ຂຶ້ນ​ຫຼາຍ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີນີ້. ມູນ​ຄ່າ​ຈຳໜ່າຍ​​ໃນ​ໄລຍະ​ບຸນ​ກຸດຈີນຂອງ​ບາງ​ຮ້ານຄ້າຂາ​ຍທາງ​ອິນ​ເຕີ​​ແນັດ​ເພີ່ມ​ຂຶ້ນ 40% ​ເມື່ອທຽບ​ໃສ່​​ປີ 2018, ​ໃນ​ນັ້ນ ມື​ຖື, ​ເຄື່ອງ​ໃຊ້​ໄຟຟ້າ​ໃນ​ເຮືອນ, ​ເຄື່ອງ​ເຮືອນ, ​ເຄື່ອງນຸ່ງ ​ແລະ​ອື່ນໆ​ໄດ້ຂາຍ​ດີ; ມີ​ຫຼາຍ​ວິ​ສາ​ຫະກິດກິນ​ດື່ມ ​ແລະ​ຮ້ານ​ຄ້າຂາຍ​ອາຫານ​ທາງ​ອິນ​ເຕີ​ແນັດ​​ໃຫ້​ບໍລິການ​ແບບ​ສົ່ງ ຫຼື ​ໄປ​​ແຕ່ງກິນ​ຢູ່​ກັບ​ເຮືອນ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ​ໃນ​ປິ 2019, ຈຳນວນ​ການຈອງ​ອາຫານ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ຂອງ​ບາງ​ຮ້ານ​ທາງ​ອິນ​ເຕີ​ແນັດ​ເພີ່ມ​ຂຶ້ນໜຶ່ງ​ເທົ່າ​​ເມື່ອທຽບ​ໃສ່​ປີ 2018.

 

ຄຳ​ເຫັນ

0