吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

​ເກີດ​ອຸບັດ​ຕິ​ເຫດ​ເຮືອ​ຕຳ​ກັນ​ຢູ່​ພູ​ເກັດ​ປະ​ເທດ​ໄທ

2019-02-11 17:27:47 cri

ຕອນ​ບ່າຍ​ວັນ​ທີ 9 ກຸມພາ​ນີ້, ຢູ່​ເກາະ​ພູ​ເກັດປະ​ເທດ​ໄທ​ໄດ້​ເກີດ​ອຸບັດ​ຕິ​ເຫດ​​ເຮືອ​ຕຳ​ກັນສອງ​ລຳ ​ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ຈີນ 10 ຄົນ​​ໄດ້​ຮັບ​ບາດ​ເຈັບ ເຊິ່ງ​ໄດ້​ຮັບ​ການ​ປິ່ນປົວໃນປັດຈຸບັນນີ້ ​ແລະ​ບໍ່​ມີຄວາມ​ສ່ຽງ​ທີ່​ຈະ​ເຖິງ​ແກ່​ຊີວິດ.

ສື່​ມວນ​ຊົນ​ໄທ​ໄດ້​ລາຍ​ງານ​ວ່າ: ​ໃນ​ເວລາ 13 ​ໂມງ 45 ນາທີຂອງ​ວັນ​ທີ 9 ກຸມພາ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດພູ​ເກັດໄດ້​ເປີດ​ເຜີຍ​ວ່າ ມີ​ເຮືອ​ດ່ວນ​ທີ່​ບັນທຸ​ກນັກ​ທ່ອງ​ທ່ຽວ​ຈີນ 10 ຄົນ (ລວມທັງ​ເດັກນ້ອຍ 2 ຄົນ) ​ໄດ້​​ເກີດ​ອຸບັດ​ຕິ​ເຫດ​ຕຳ​ກັນ​ກັບ​ເຮືອ​ຂົນ​ສົ່ງ​ນ້ຳມັນ​ເວລາ​ກັບ​ຄືນ​ຈາກ​ເກາະ​ພີ​ພີ​ຂອງ​ແຂວງ​ກຣະບີ ​ເຊິ່ງ​ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ຈີນ 10 ຄົນ​​ໄດ້​ຮັບບາດ​ເຈັບ. ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​​ເກາະ​ພູ​ເກັດ​ໄດ້​ສົ່ງ​ໃຫ້​ໜ່ວຍ​ກູ້​ໄພ ​ແລະ​​ເຈົ້າ​ໜ້າ​ທີ່​ແພດ​ໄປ​​ເຂດ​ປະສົບ​ໄພ​ໂດຍ​ໄວ ​ແລະ​ມີ​ປະຊາຊົນ​ທ້ອງຖິ່ນ​ໃຫ້ການ​ຊ່ວຍ​ເຫຼືອນັກ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ​ນຳ​ສົ່ງໂຮງໝໍ. ຂ່າວ​ລາຍ​ງານ​ວ່າ: ຂາ​ຂອງ​ຜູ້​ຂັບ​ເຮືອ​ດ່ວນ​ທີ່​ເກີດ​ອຸບັດ​ຕິ​ເຫດ​ໄດ້ຮັບ​ບາດ​ເຈັບ​ຢ່າງ​ໜັກໜ່ວງ ​ແລະ​ຍັງ​ມີ​ແອດ​ເຮືອ 1 ຄົນ​​ໄດ້ຮັບ​ບາ​ດ​ເຈັບ. ຕຳຫຼວດ​ທ້ອງ​ຖິ່ນ​ພວມ​ສືບສວນ​ຫາ​ສາ​ເຫດ​ຂອງ​ການເກີດ​ອຸບັດ​ຕິ​ເຫດ​ດັ່ງກ່າວ.

ຄຳ​ເຫັນ

0