吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຂົນ​ສົ່ງ​ຜູ້ໂດຍສານ​ເກືອບ 1,4 ຕື້​ເທື່ອ​ຄົນ​ໃນ​ໄລຍະ​ບຸນ​ກຸດ​ຈີນ

2019-02-11 17:30:07 cri

ວັນ​ທີ 11 ກຸມພາ​ນີ້, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈີນ​ໄດ້​ເປີດ​ເຜີຍ​ວ່າ: ນັບ​ແຕ່​ບຸນ​ກຸດ​ຈີນ​ປີ 2019 ​ເປັນ​ຕົ້ນ​ມາ, ລະບົບ​ຄົມມະນາຄົມ​ທົ່ວ​ປະ​ເທດ​ຈີນ​ໄດ້​ຂົນສົ່ງຜູ້​ໂດຍສານ 1395 ລ້ານ​ເທື່ອ​ຄົນ​ໃນ 20 ມື້ ​ເພີ່​ມ​ຂຶ້ນ 0,79% ​ເທື່ອ​ທຽບ​ໃສ່​​​ປີ 2018.

ຕາມ​ສະຖິຕິ​ໃນ​ເບື້ອງ​ຕົ້ນ, ນັບ​ແຕ່​ວັນ​ທີ 21 ມັງກອນ​​ຫາ​ວັນ​ທີ 9 ກຸ​ມພາຜ່ານ​ມາ, ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 1395 ລ້ານ​ເທື່ອ​ຄົນ,​ ​ໃນ​ນັ້ນ ທາງລົດ​ໄຟ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 186 ລ້ານ​ເທື່ອ​ຄົນ ​ເພີ່​ມ​ຂຶ້ນ 8,09% ​ເມື່ອທຽບ​ໃສ່​ປີ 2018; ທາງ​ຫຼວງ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 1,153 ຕື້​ເທື່ອ​ຄົນ, ຫຼຸດ​ລົງ 0,45% ​ເມື່ອ​ທຽບ​ໃສ່​ປີ 2018; ​ທາງ​ນ້ຳ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 21,193 ລ້ານ​ເທື່ອ​ຄົນ, ຫຼຸດ​ລົງ 4,64% ​ເມື່ອທຽບ​ໃສ່​ປີ 2018; ທາງ​ອາກາດ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 35,4318 ລ້ານ​ເທື່ອ​ຄົນ, ​ເພີ່ມຂຶ້ນ 10,25% ​ເມື່ອ​ທຽບ​ໃສ່​ປີ 2018; ​ໄປສະນີ​ໄດ້ຂົນ​ສົ່ງ​ສິນຄ້າ 1,27 ຕື້​ຫໍ່, ​ເພີ່ມ​ຂຶ້ນ 58,2% ​ເມື່ອ​ທຽບ​ໃສ່​ປີ 2018.

ຄຳ​ເຫັນ

0