覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນນິ​ຍົມ​ຮູບ​ເງົາ​ສາຍ​ໃນ​​ໄລ​ຍະ​ບຸນ​ກຸດ​ຈີນ2019​ໃນ​ລະ​ດັບ​ສູງ

2019-02-11 15:55:19 cri

图片默认标题_fororder_disnhosfjlsfsfe1
 

ຄວາມ​ນິ​ຍົມ​ຂອງ​ຜູ້​ຊົມ​ຮູບ​ເງົາ​​ໄລ​ຍະ​ບຸນ​ກຸດ​ຈີນ ແຕ່​ປີ 2015-ປີ2019
 

​ຕາມ​ຜົນ​ການ​ສຳຫຼວດ​ຄວາມ​ນິ​ຍົມ​ຮູບ​ເງົາ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 2019 ຂອງ​ຜູ້​ຊົມ​ຈີນ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 11 ກຸມ​ພາ​ນີ້, ຄວາມ​ນິ​ຍົມ​ຂອງ​ຜູ້​ຊົມ​ຮູບ​ເງົາ​​ໄລ​ຍະ​ບຸນ​ກຸດ​ຈີນ 2019 ​ຖ້າໄລ່​ເປັນ​ຄະ​ແນນ​ແມ່ນ 83,9 ຄະ​ແນນ ຖື​ວ່າ​ເປັນ​ຄະ​ແນນ​ສູງ​ສຸດ​ນັບ​ແຕ່​ຈີນ​ດຳ​ເນີນ​ການ​ສຳຫຼວດ​ຄວາມ​ນິ​ຍົມ​ຮູບ​ເງົາ​ຍາມ​ບຸນ​ກຸດ​ຈີນ​ແຕ່ປີ 2015 ເປັນ​ຕົ້ນ​ມາ. ຮູບ​ເງົາ​ປະ​ເພດ​ຕ່າງໆ​ທີ່​ອອກ​ອາ​ກາດ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຊົມ​ຮູບ​ເງົາຫຼາກຫຼາຍ​ຊະ​ນິດ​ແລະ​ມີ​ຄວາມ​ແຕກ​ຕ່າງ​ກັນ, ໃນ​ນີ້ ຮູບ​ເງົາ​ນິ​ຍາຍ​ວິ​ທະ​ຍາ​ສາດເລື່ອງ The Wandering Earth ເປັນ​ຮູບ​ເງົາ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ທີ່​ສຸດ.


图片默认标题_fororder_disnhosfjlsfsfe2

ຄວາມ​ນິ​ຍົມ​ຮູບ​ເງົາ​​ຕ່າງໆ​ໃນໄລ​ຍະ​ບຸນ​ກຸດ​ຈີນ2019 ​
 

ການ​ສຳຫຼວດ​ຄວາມ​ນິ​ຍົມ​ຮູບ​ເງົາ​ຂອງ​ຜູ້​ຊົມ​ຈີນ​ແມ່ນ​ສູນ​ຄົ້ນ​ຄວ້າ​ສິ​ລະ​ປະ​ຮູບ​ເງົາ​ຈີນ​ຮ່ວມ​ກັບ​ບໍ​ລິ​ສັດ EN ດຳ​ເນີນ​ມາ​ແຕ່​ບຸນ​ກຸດ​ຈີນ​ປີ 2015, ເປັນ​ລະ​ບົບ​ຕີ​ລາ​ຄາ​ຮູບ​ເງົາ​ແບບ​ສັງ​ລວມ​ທີ່​ບໍ່​​ພິ​ຈາ​ລະ​ນາ​ຕົວ​ຊີ້​ວັດ​ດ້ານລາຍ​ໄດ້​ຈາກການ​ຂາຍ​ປີ້​ຮູບ​ເງົາ.
 

 ຜົນ​ການ​ສຳຫຼວດ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ທົ່ວ​ປະ​ເທດ​ຈີນ​ມີ​​ສາກ​ສາຍ​ຮູບ​ເງົາຫຼາຍກວ່າ 6 ໝື່ນ​ແຜ່ນ ເຊິ່ງ​ເປັນ​ທ່າ​ແຮງ​ທີ່​ດີ​ໃນ​ການ​ສາຍ​ຮູບ​ເງົາ​ຂອງຂະ​ແໜງ​ການ​ຮູບ​ເງົາ​ຈີນ. ຕະຫຼອດ​ໄລ​ຍະ​ບຸນ​ກຸດ​ຈີນ2019, ສາ​ມາດ​ສ້າງ​ລາຍ​ໄດ້​ສູງ​ຈາກ​ການ​ຂາຍ​ປີ້​ຮູບ​ເງົາ​ແລະ​ມີ​ຜູ້​ຊົມ​ເຂົ້​າ​ໂຮງ​ສາຍ​ຮູບ​ເງົາ​ຢ່າງຫຼວງຫຼາຍ, ໃນ​ນີ້, ວັນ​ທີ 5 ກຸມ​ພາ​ນີ້ ຄື​ມື້​ຂຶ້ນ 1 ຄ່ຳ​ເດືອນ​ຈຽງ ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ແຜ່ນ​ດິນ​ໃຫ​ຍ່​ຈີນ​ສາ​ມາດ​ສ້າງ​ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ຮູບ​ເງົາ​ເຖິງ 1,433 ຕື້ຢວນ, ເພີ່ມ​ຂຶ້ນ 12,31 % ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ຮູບ​ເງົາ​ໃນ​ມື້​ດຽວ​ໄດ້​ສ້າງ​ສະ​ຖິ​ຕິ​ອີກ​ຄັ້ງ​ໃໝ່.

 

 

ຄຳ​ເຫັນ

0