黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິກາ​ຄັ້ງທີ 32

2019-02-11 16:16:27 CRI

ວັນ​ທີ 10 ກຸມພາ​ນີ້, ທ່ານສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິກາ​ຄັ້ງທີ 32 ທີ່​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງອາດີສອາ​ເບ​ບາ ປະ​ເທດ​ເອທີ​ໂອ​ປີ.

​ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈິ້ນ​ຜິ​ງ ຂຽນ​ວ່າ: ສະຫະພາບ​ອາ​ຟຣິກາ​ແມ່ນ​ຄັນ​ທຸງ​​ແຫ່ງການ​ຮ່ວມມື​ກັນສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ອາ​ຟຣິກາ. ​ນັບ​ແຕ່​ປີ 2018 ​ເປັນຕົ້ນມາ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະພາບ​ອາ​ຟຣິກາ ຂະ​ບວນການ​ເຊື່ອມ​ໂຍງ​ອາ​ຟຣິກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ, ປະ​ເທດ​ອາ​ຟຣິກາ​ສືບ​ຕໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ ​ແລະ ມີ​ບົດບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ເວທີ​ສາກົນ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເປັນ​ຢ່າງ​ຍິ່ງ ​ແລະ ຂໍ​ອວຍພອນດ້ວຍ​ຄວາມຈິງ​ໃ​ຈທີ່ສະຫະພາບ​ອາ​ຟຣິກາ​ຈະມີ​ຄວາມ​ສາມັກຄີກັນ​ແລະ​ນຳພາ​ປະ​ເທດ​ອາ​ຟຣິກາ​ກ້າວ​ໄປ​ສູ່​ການໄດ້​ຮັບ​ໝາກຜົນ​ອັນໃໝ່​ໃຫຍ່ຫຼວງກວ່າ​ເກົ່າຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຟຣິກາ ​ໂດຍ​ຖື​ເອົາ​ການຈັດຕັ້ງປະຕິບັດ​ຜົນຂອງ​ກອງ​ປະຊຸມສຸດ​ຍອດ​ນະຄອນຫຼວງປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ​ເປັນ​ໂອກາດ ພະຍາຍາມ​ຊຸກຍູ້ການ​ຮ່ວມກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເຊື່ອມ​ຈອດ​ກັບ “ວາ​ລະ​ແຜນ​ປະຕິບັດ​ງານ​ຮອດ​ປີ 2063” ຂອງ​ສະຫະພາບ​ອາ​ຟຣິກາ, ວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ທີ່​ຍືນຍົງ ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ອາ​ຟຣິກາ​ຢ່າງ​ເລິກ​ເຊິ່ງ, ຮ່ວມ​ມື​ກັນສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຟຣິກາ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ​ແລະ ປະກອບສ່ວນ​ເພື່ອ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ໃຫ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0