黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ການ​ຊຳລະ​ສະ​ສາງຂ້າມ​ຊາດດ້ວຍ​ເງິນ​ຢວນຂອງ​ແຂວງ​ຢຸນນານ​ເພີ່ມ​ຂຶ້ນຢ່າງ​ໜັກ​ແໜ້ນ

2019-02-11 16:20:04 CRI

​​ແຫຼ່ງຂ່າວ​ຈາກທະນາຄານ​ປະຊາຊົນ​ຈີນສາຂາ​ຍ່ອຍ​ສູນ​ຄຸນ​ມິ​ງ​ໃຫ້​ຮູ້​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ປີຜ່ານມາ, ການ​ຊຳລະສະ​ສາງ​ຂ້າມ​ຊາດ​ດ້ວຍ​ເງິນ​ຢວນຂອງ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ບັນລຸ 57 ກວ່າ​ຕື້​ຢວນ ​ເພີ່ມ​ຂຶ້ນ 10,37% ​ເມື່ອ​ທຽບ​ໃສ່​ປີ 2017; ​ການ​ຊຳລະລາຍ​ຮັບ-ລາຍ​ຈ່າຍຂ້າມ​ຊາດ​ດ້ວຍ​ເງິນ​ຢວນຫຼື​ເງິນຕາ​ຕ່າງປະ​ເທດ​ນັ້ນ, ​ເງິນ​ຢວນກວມ​​ເອົາ 33,48% ​ເພີ່ມ​ຂຶ້ນ 2,22% ​ເມື່ອ​ທຽບ​ໃສ່​ປີ 2017, ສືບ​ຕໍ່​ເປັນ​ເງິນຕາ​ຊຳລະ​ສະ​ສາງຂ້າມ​ຊາດຫຼາຍ​ອັນ​ດັບ 2 ຂອງ​ແຂວງ​ດັ່ງກ່າວ​.

ປີ 2018, ການ​ຊຳລະ​ສະ​ສາງຂ້າມ​ຊາດ​ດ້ວຍ​ເງິນ​ຢວນ​ໃນບັນຊີ​ກະ​ແສ​ລາຍ​ວັນ​ຂອງ​ແຂວງ​ຢຸນນານ​ໄດ້​ບັນລຸ​ເກືອບ 44,5 ຕື້​ຢວນ ​ເພີ່ມ​ຂຶ້ນ​ເກືອບ 12% ​ເມື່ອ​ທຽບ​ໃສ່​ປີ 2017 ​ເຊິ່ງຕົ້ນຕໍ​ແມ່ນການ​ຊຳລະ​ສະ​ສາງ​ໃນ​ການ​ຄ້າ​ສິນຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ໄດ້​ເພີ່ມ​ຂຶ້ນ. ​ໃນ 63 ປະ​ເທດ​ແລະ​ເຂດ​ແຄວ້ນ ທີ່​ມີ​ການ​ຊຳລະ​ສະ​ສາງ​ກັບ​ແຂວງ​ຢຸນນານ​ນັ້ນ, ປະລິມານການ​ຊຳລະ​ສະ​ສາງຫຼາຍກວ່າ​ໝູ່​ນັ້ນ​ແມ່ນ​ມຽນມາ, ​ເຂດ​ພິ​ເສດ​ຮົງ​ກົງ ​ແລະ ຫວຽດນາມ ​ໂດຍ​ມຽນມາກ​ວມອັດຕາ​ການ​ຊຳລະ​ສະ​ສາງ 35,31%, ​ເຂດ​ພິ​ເສດ​ຮົງ​ກົງ 24,33% ​ແລະ ຫວຽດນາມ 22,33%. ​ແຂວງ​ຢຸນນານ​ຊຳລະ​ສະ​ສາງ​ກັບ​ມຽນມາ, ຫວຽດນາມ ​ແລະ ລາວ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ ​ໂດຍ​ລວມ​ແລ້ວ​ໄດ້​ບັນລຸ​ເກືອບ 35 ຕື້​ຢວນ ​ເພີ່ມ​ຂຶ້ນກວ່າ 12%.

ຄຳ​ເຫັນ

0