黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ບອາກາດ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຢູ່​ນະຄອນ​ຫຼວງປັກ​ກິ່ງ​ດີ​ຂຶ້ນຢ່າງ​ຈະ​ແຈ້ງ

2019-02-11 16:31:08 CRI

ສູນ​ຕິດຕາມ​ສິ່ງແວດ​ລ້ອມນະຄອນຫຼວງປັກ​ກິ່ງ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 11 ກຸມພາ​ນີ້​ວ່າ: ​ໃນ​ໄລຍະພັກ​ບຸນ​ກຸດ​ຈີນປີ​ນີ້ ຄື: ​ແຕ່​ວັນ​ທີ 4-10 ກຸມພາ, ຢູ່​ນະຄອນຫຼວງປັກ​ກິ່ງ​ບໍ່​ໄດ້​ເກີດມີ​ມົນ​ລະ​ພິດ​ທາງ​ອາກາດ​ທີ່​ໜັກໜ່ວງ, ສະພາບ​ອາກາດ​ດີກ​ວ່າ​ໄລຍະ​ພັກ​ບຸນ​ກຸດ​ຈີນ​ປີຜ່ານມາ​ໂດຍ​ລວມຢ່າງ​ຈະ​ແຈ້ງ ​ໂດຍຄ່າສະ​ເລ່ຍຄວາມມົວຂອງ​ຝຸ່ນ​ລະອອງ​ຂະໜາດ 2,5 PM ​ໄດ້ຫຼຸດລົງ 51,3% ​ເມື່ອ​ທຽບ​ໃສ່​ໄລຍະ​ພັກ​ບຸນ​ກຸດ​ຈີນ​ຂອງ​ປີຜ່ານມາ.

​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ນະຄອນຫຼວງປັກ​ກິ່ງ​ໄດ້​ສືບ​ຕໍ່​ຫ້າມ​ຈູດໝາກກະ​ໂພ​ກ​ແລະບັ້ງ​ໄຟ​ດອກ​ ​ໃນ​ບໍລິ​ເວນ​ພາຍ​ໃນ​ນັບ​ແຕ່ຖະໜົນ​ວົງ​ແຫວນ​ວົງທີ 5 ພ້ອມ​ທັງ​ກຳນົດ​ຈຸດ​ຈຳໜ່າຍ​ໝາກກະ​ໂພ​ກ​ແລະ​ບໍລິ​ເວນເຂດ​ຫ້າມຫຼື​ເຂດຈຳກັດການ​ຈູດ​ໝາກກະ​ໂພ​ກ​ແລະບັ້ງ​ໄຟ​ດອກ​ຢູ່​ນອກ​ຖະໜົນ​ວົງ​ແຫວນ​ວົງ​ທີ 5 ອີກ​ດ້ວຍ. ນອກ​ນີ້, ​​ໂດຍແຕກ​ຕ່າງ​ກັບ​ທຸກ​ປີຜ່ານມາ ຢູ່​ນະຄອນຫຼວງປັກ​ກິ່ງ​ຍັງ​ໄດ້ອອກຂໍ້​ກຳນົດ​​ໃຫ້​ຜູ້​ຊື້​ໝາກກະ​ໂພ​ກ-ບັ້ງ​ໄຟດອກ​ຕ້ອງ​ລົ​ງທະບຽນ​ ​ແລະ ຕົວ​ເມືອງ​ບໍລິວານນະຄອນຫຼວງປັກ​ກິ່ງ​ບໍ່ອະນຸຍາດ​ໃຫ້​ມີ​ຈຸດ​ຈຳໜ່າຍ​ໝາກກະ​ໂພ​ກ-ບັ້ງ​ໄຟດອກ​​ເຊັ່ນ​ກັນ.

ຄຳ​ເຫັນ

0