覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົນ​ຈີນ​ບໍ​ລິ​ໂພກ​ຢູ່​ຕ່າງ​ປະ​ເທດໃນ​ໄລ​ຍະ​ບຸນ​ກຸດ​ຈີນ​​ມີ​ທ່າ​ອ່ຽງ​ສູງ​ຂຶ້ນ​

2019-02-11 16:25:28 cri

ບໍ​ລິ​ສັດ Alipay ໄດ້​ເປີດ​ເຜີຍຂໍ້​ມູນ​ການຊຳ​ລະ​ສະ​ສາງ​ທາງ​ມື​ຖື​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 2019 ​ນີ້​ວ່າ:  ການ​ບໍ​ລິ​ໂພກ​​ຂອງ​ຄົນ​ຈີນຢູ່​ຕ່າງ​ປະ​ເທດມີ​ທ່າ​ອ່ຽງ​ຍົກ​ລະ​ດັບ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ການ​ບໍ​ລິ​ໂພກ​ຢູ່​ຕ່າງ​ປະ​ເທດ​ທີ່​ຊຳ​ລະ​ສະ​ສາງ​ດ້ວຍ​ລະ​ບົບ Alipayຂອງ ​ປະ​ຊາ​ຊົນ​ຕົວ​ເມືອງ​ພັດ​ທະ​ນາ​ລະ​ດັບ 3 ແລະ​ລະ​ດັບ 4 ສະ​ເລ່ຍ​ຕໍ່​ຫົວ​ຄົນ​ແມ່ນສູງກວ່າ ນະ​ຄອນຫຼວງ​ປັກ​ກິ່ງ, ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ແລະ​ນະ​ຄອນກວາງ​ໂຈ່ງ ເຊິ່ງ​​ຖື​ວ່າເປັນ​ຕົວ​ເມືອງ​ພັດ​ທະ​ນາ​ອັນ​ລະ​ດັບ 1.
 

 ກ່ອນ​ບຸນ​ກຸດ​ຈີນ​ ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ບໍ​ລິ​ສັດ Nielsen ເຊິ່ງ​ເປັນ​ບໍ​ລິ​ສັດ​ສຳຫຼວດ​ຕະຫຼາດ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ໄດ້​ຮ່ວມ​ກັບ​ບໍ​ລິ​ສັດ Alipay ເປີດ​ເຜີຍ​ບົດ​ລາຍ​ງານ​ວ່າ:  ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​ຕ່າງ​ປະ​ເທ​ດ​ຊຳ​ລະ​ສະ​ສາງ​ຜ່ານ​ມື​ຖື​ກວມ 32% ຂອງ​ການ​ຊຳ​ລະ​ສະ​ສາງ​ທັງ​ໝົດ ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່ກວມ​ອັດ​ຕາ​ສ່ວນ ຫຼາຍກວ່າ ການ​ຊຳ​ລະ​ສະ​ສາງ​ດ້ວຍ​ເງິນ​ສົດ, ນອກ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​​ເກືອບ 70% ຕ່າງ​ກໍເຄີຍ​ໄດ້​ຊຳ​ລະ​ສະ​ສາງ​ດ້ວຍ​ມື​ຖືຢູ່​ຕ່າງ​ປະ​ເທດ​ມາ​ແລ້ວ​.

ຄຳ​ເຫັນ

0