覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ກຸດ​ຈີນ​ຮ່ວມ​ກັບ​ຊາວ​ໂປ​ໂລຍ

2019-02-11 15:52:39 cri

图片默认标题_fororder_bosfhlsfhlsflsfse1

 

ກິດ​ຈະ​ກຳ​ສະຫຼອງ​ບຸ​ນ​ກຸດ​ຈີນ​ຮ່ວມ​ກັບ​ຊາວ​ໂປ​ໂລຍ ທີ່​ຈັດ​ຂຶ້ນຢູ່​ນະ​ຄອນ ໂວ​ຣ​ສະ​ລາຟ ປີ​ລະ​​ຄັ້ງໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ ໂວ​ຣ​​ສະ​ລາຟ ໃນ​ວັນ​ທີ 9 ກຸມ​ພາ​ຜ່ານ​ມາ​ນີ້ ເຊິ່ງ​ກົງ​ກັບ​ມື້ຂຶ້ນ 5 ຄ່ຳ​ເດືອນ​ຈຽງ ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ຊາວ​ເມືອງ ໂວ​ຣ​​ສະ​ລາຟ ໄດ້​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຈີນ​ຢ່າງ​ໃກ້​ຊິດ.


图片默认标题_fororder_bosfhlsfhlsflsfse2
 

   ກິດ​ຈະ​ກຳ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ບັນ​ຂົງ​ຈື້ ​ມະ​ຫາ​ວິ​ທະ​ຍາ​ໄລ ໂວ​ຣ​ສ​ລາຟ ໂປ​ໂລຍ​ເປັນ​ເຈົ້າ​ພາບ. ທ່ານ​ໂຄ​ສະ​ຊິ​ວິດ ມາ​ລີ​ໂນ​ຟ​ສ​ກີ  ຫົວ​ໜ້າ​ຝ່າຍ​ໂປ​ໂລຍ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ເລົ່າ​ເຖິງ​ວັດ​ທະ​ນະ​​ທຳ​ກ່ຽວ​ກັບ ສັດ​ປະ​ຈຳ​ປີ​ຫຼືນັກ​ສັດ​ຕະ​ຣະ ກໍ​ຄື​ຄວາມ​ໝາຍ​ຂອງ​ປີ​ກຸນ(ປີ​ໝູ)ສູ່​ຜູ້​ຊົມ​ທີ່​ຮ່ວມ​ກິດ​ຈະ​ກຳ​ຟັງ. ນອກ​ຈາກ​ການ​ເລົ່າ​ຄວາມ​ຮູ້​ວັດ​ທະ​ນະ​ທຳ​ຈີນ​ແລ້ວ,ຍັງ​ຈັດ​ໃຫ້​ມີ​ການ​ສອນ​ພາ​ສາ​ຈີນ,ສິ​ລ​ະ​ປະ​ການ​ຂຽນ​ຕົວ​ໜັງ​ສື, ຫັດ​ຖະ​ກຳ​ຂອດ​ຈີນ,ການ​ສານ​ສາຍ​ແຂນ​ແລະ​ຫ້ອງ​ສາ​ທິດ​ການ​ເຮັດ​ໂຄມ​ໄຟ. ຊາວ​ເມືອງ​ທັງຫຼາຍ​ສາ​ມາດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຈີນ​ດ້ວຍ​ຕົນ​ເອງ. ນອກ​ນີ້, ການ​ສະ​ແດງ​ສິ​ລະ​ປະ​ຊົງ​ຊາ,ວູ​ຊູ້, ເຊີດ​ສິງ​ໂຕ ແລະ​ລາຍ​ການ​ອື່ນໆ​ກໍ​ໄດ້​ຮັບ​ຄວາມນິ​ຍົມ​ຊົມ​ຊອບ​ຢ່າງຫຼວງຫຼາຍ​ເຊັ່ນ​ກັນ.


图片默认标题_fororder_bosfhlsfhlsflsfse3

 ທ່ານ​ໂຄ​ສ​ຊິ​ວິດ ມາ​ລີ​ໂນ​ຟ​​ສະ​ກີ ຢືນ​ຢັນ​ວ່າ ແຕ່​ລະ​ປີ, ຊາວ​ໂປ​ໂລຍ​​ໄດ້ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ກຸດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ໂປ​ໂລຍ​ເລີ່ມ​ຮັບ​ຮູ້​ແລະ​ນິ​ຍົມ​​ຊົມ​ຊອບວັດ​ທະ​ນະ​ທຳ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຄຳ​ເຫັນ

0