覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດື່ມ​ເຫຼົ້າ​ປອມ​ຢູ່​ອິນ​ເດຍ​ເຮັດ​ໃຫ້​ເກືອບ 90 ຄົນ​ເສຍ​ຊີ​ວິດ

2019-02-11 15:50:28 cri

ສື່ມວນ​ຊົນ​ອິນ​ເດຍ​ລາຍ​ງານ​ໃນ​ວັນ​ທີ 9 ກຸມ​ພາ​ນີ້​ວ່າ: ເຫດ​ການ​ດື່ມ​ເຫຼົ້າ​ປອມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ອູ​ຕາ ປ​ຣາ​ເດັ​ສ ແລະ​ລັດ​ອູ​ຕ​າ​ຄານ ຂອງ​ອິນ​ເດຍ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ເກືອບ 90 ຄົນ.
 

ຂ່າວ​ລາຍ​ງານ​ວ່າ:  ຢູ່​ເຂດ​ຊາ​ຮາ​ຮານ​ປົວ ຂອງ​ລັດ​ອູ​ຕ​າ ປ​ຣາ​ເດັ​ສ ມີ  46 ຄົນ​ເສຍ​ຊີ​ວິດ​ຍ້ອນ​ດື່ມ​ເຫຼົ້າ​ປອມ ແລະ​ເຂດ​ຣົວ​ກີ ຂອງ​ລັດ​ອູ​ຕ​າ​ຄານມີຜູ້​ເສຍ​ຊີ​ວິດ 20 ຄົນ. ນອກ​ນີ້, ຢູ່​ເຂດ​ອື່ນໆ​ຂອງ​ສອງ​ລັດ​ດັ່ງ​ກ່າວ​ຍັງ​ມີ​ຜູ້​ເສຍ​ຊີ​ວິດ​ອີກປະ​ມານ 20 ຄົນ. ແຕ່​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ດັ່ງ​ກ່າວ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັ​ນ​ຈາກ​ພາກ​ສ່ວນ​ທາງ​ການ​ຂອງ​ອິນ​ເດຍ​ເທື່ອ.
 

 ຂ່າວ​ແຈ້ງ​ຕື່ມ​ວ່າ:  ຫຼັງ​ເກີດ​ເຫດດື່ມ​ເຫຼົ້າ​ປອ​ມ​ແລ້ວ, ເຈົ້າ​ໜ້າ​ທີ່​ອິນ​ເດຍ​ໄດ້​ເພີ່ມ​ທະ​ວີ​ການ​ປາບ​ປາມ​ການ​ຜະ​ລິດ​ແລະ​ຈຳ​ໜ່າຍ​ເຫຼົ້າ​ປອມ. ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຈັບ​ຜູ້​ຖືກ​ສົງ​ໄສ​ກະ​ທຳ​ຜິດ​ຢ່າງ​ໜ້ອຍ 30 ຄົນ ແລະ​ສາມ​າດກວດ​ຍຶດ​ເຫຼົ້າ​ປອມ​ໄດ້ຫຼາຍກວ່າ 400 ລິດ, ເຈົ້າ​ໜ້າ​ທີ່​ອົງ​ການ​ປົກ​ຄອງ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ້ອງ​ຖິ່ນຫຼາຍ​ສິບ​ຄົນ​ຖືກ​​ສັ່ງ​ໂຈະ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ເພື່ອ​ຮັບ​ການ​ສືບ​ສວນ​ແລະ​ສອບ​ສວນ.

ຄຳ​ເຫັນ

0