吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້​າ​ໜ້າ​ທີ່ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຍ້ອງ​ຍໍ​ການ​ຮ່ວມ​ມື​ອາ​ຟ​ຣິ​ກາ​-ຈີນໃນ​ຂົງ​ເຂດ​ຄວາມໝັ້ນ​ຄົງ

2019-02-12 11:16:23 cri

     ວັນ​ທີ 11 ກຸມ​ພາ​ນີ້, ທ່ານ​ສະ​ເມວ ເຊີ​ກູ ສະ​ມາ​ຊິກກຳ​​ມາ​ທິການ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກ່າວ​ວ່າ, ທ່ານ​ຍ້ອງ​ຍໍ​​ການ​ພົວ​ພັນ​ຮ່ວມ​ມື​ທີ່​ດີ​ງາມ​ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​​ໝັ້ນ​ຄົງລະ​ຫວ່າງສະ​ຫະ​ພາບ​ອາ​ຟ​ຣິ​ກາ ກັບ ຈີນ.
    ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 32, ທ່ານ​ເຊີ​ກູ​ໃຫ້​ສຳ​ພາ​ດ​​ວ່າ, ຈີນ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ແລະ ອາ​ຟ​ຣິ​ກາ. ຢູ່​ຊູ​ດັງ​ໃຕ້ ແລະ ມາ​ລີ, ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບຈີນ​ໄດ້​ເສີມ​ຂະ​ຫຍາຍ
ບົດ​ບາດ​ສຳ​ຄັນ​​ໃນ​ການຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​​ໝັ້ນ​ຄົງຂອງ​ອາ​ຟ​ຣິ​ກາ.
    ທ່ານ​ເຊີ​ກູ​ກ່າວ​ວ່າ, ນອກ​ຈາກ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ທີ່​ປະ​ຈຳ​ຢູ່​ເຂດ​ປະ​ທະ​ກັນ​ແລ້ວ, ຈີນ​ຍັງ​​ໄດ້​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ ແລະ ​ດ້ານພາ​ລະ​ທິ​ການ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ. ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ພະ​ລັງ​ງານ ແລະ ພື້ນ​ຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ-ຈີນ​ກໍ່​ໄດ້​ຜົນ​ງານ​ທີ່​ດີ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພິ່​ມ​ທະ​ວີ​ການ​ຮ່ວມ​ມື​​ໃນລະ​ດັບ​ສູງ​ຕື່ມ​ອີກ.

ຄຳ​ເຫັນ

0