黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊຽງ​ໄຮ: ຢືນ​ຢູ່​ຕໍ່​ໜ້າ​ກະ​ແສ​ຟອງ​ຢ່າງ​ກ້າ​ຫານ, ​ນຳ​ໜ້າ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄື​ກັນ​ກັບ​ອອກ​ເດີນ​ທະ​ເລ​ອີກ​ຄັ້ງ​ໜຶ່

2019-02-12 15:12:30 cri

ໃນ​ຍຸກ​ສະ​ໄໝ​ທີ່​ຍິ່ງ​ໃຫຍ່, ຕ້ອງ​ການ​ການ​ຊີ້​ນຳ​ດ້ວຍແນວ​ຄິດ; ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຕ້ອງ​ການ​ການ​ນຳ​ພາ​​ທີ່​ເປັນ​ແກນ​ກາງ. ເລີ່ມ​ແຕ່​ມື້​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູ​ນກາງ​ຈີນ​ຈະ​ເລີ່ມ​​ອອກ​ອາ​ກາດ​ລາຍ​ງານ​ເຫດ​ການຕ່າງໆ​ໂດຍ​ເນັ້ນ​ຫົວ​ຂໍ້ “​ການນຳ​ພາ​ໃນ​ຍຸກ​ໃໝ່”, ສະ​ແດງ​ໃຫ້​ເຫັນ​ມາດ​ຕະ​ການ​​ທີ່​ຕັ້ງ​ໜ້າ​ຂອງ​​ຂະ​ແໜງ​ການ​ຕ່າງໆ​ເພື່ອ​ປະ​ຕິ​ບັດ​ແນວ​ຄິດສຳ​ຄັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ, ແລະ​ຜົນ​ງານ​ທີ່​ໄດ້​ຮັບ​ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ທັດ​ສະ​ນະ​ຄະ​ໃໝ່​ດ້ານ​ພັດ​ທະ​ນາ.

ມື້​ນີ້​ພວກ​ເຮົ​າ​ຈະ​ກ້າວ​ເຂົ້າ​ສູ່​ນະ​ຄອນ​ຊຽງ​ໄຮ​.

图片默认标题_fororder___172.100.100.3_temp_9500033_1_9500033_1_1_1dcb0599-07f5-488b-b132-d64807177445

ໃນ​ເວ​ລາ​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນ​ຊຽງ​ໄຮ​ເມື່ອ​ປີ 2017, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ບໍ່​ປິດ​ປະ​ຕູ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ, ​ຈີນ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ສືບ​ຕໍ່​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນໃຫ້​ສະ​ດວກກວ່າ​ເກົ່າ​ແລະ​ເປັນ​ແບບ​ເສ​ລີ.

ໃນ​ເດືອນ​ແລ້ວ​ນີ້, ບໍ​ລິ​ສັດ Tesla ​ໄດ້​ສ້າງ​ຕັ້ງ​ໂຮງ​ງານໂຮງ​ຜະ​ລິດ​ລົດ​ເກງຢູ່​ເຂດ​​ລິນ​ກາງ​ນະ​ຄອນ​ຊຽງ​ໄຮ​ເຊິ່ງ​ເປັນ​ໂຮງ​​ງານຜະ​ລິດ​ລົດ​ຍົນ​ແຫ່ງ​ທຳ​ອິດ​ຢູ່ນອກ​ອາ​ເມ​ຣິ​ກາ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ, ​ໂດຍໄດ້​ວາງ​ແຜນ​ຈະ​ຜະ​ລິດ​ລົດ​ຍົນ​ໃຊ້​ພະ​ລັງ​ໄຟ​ຟ້າ 5 ແສນ​ຄັນ​ຕໍ່​ປີ, ນີ້​ແມ່ນ​ໂຄງ​ການ​​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສ​າດ​ຂອງ​ຊຽງ​ໄຮ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_1048e478-faed-41cb-95da-97b60a288c2f

ທ່ານ​ເອ​ລົນ ມັ​ສ​ກ໌ ຜູ້​ອຳ​ນວຍ​ການ​ທີໜຶ່ງ​ຂອງ​ບໍ​ລິ​ສັດ Tesla ກ່າວ​ວ່າ: ຖ້າ​ວ່າ​ບໍ່​ມີ​ການ​ສະ​ໜັບ​ສະ​ໜູນ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ​​ໂຄງ​ການ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຄື​ໂຮງ​ງານຜະ​ລິດ​ລົດ​ເກງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໄວ​​ປານ​ນີ້, ໂຮງ​​ງານ​ດັ່ງ​ກ່າວ​ຈະ​ແມ່ນ​ໜຶ່ງ​ໃນ​ໂຮງ​ງານ​ດີ​ທີ່​ສຸດ​ໃນ​ໂລກ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_adca255f-904f-4aa5-b3de-54bd20d67ca0

ເດືອນ​ກັນ​ຍາ​​ປີ 2013, ເຂດ​ການ​ຄ້າ​ເສ​ລີ​ແຫ່ງ​ທຳ​ອິດ​ຂອງ​ຈີນ--ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ໄດ້​ສ້າງ​ຕັ້​ງ​ຂຶ້ນ. ເພື່ອ​ປະ​ຕິ​ບັດ​ຕາມ​​ແນວ​ຄິດຂອງ​ເລ​ຂາ​ທິ​ການ​ໃຫຍ່, ເຂດ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ໄດ້​ຖື​ເອົາການ​ປະ​ດິດ​ສ້າງ​​ລະ​ບຽບ​ການໃໝ່​​ເປັນ​ສຳ​ຄັນ, ​ໃນ​ການ​ປະ​ຕິ​ບັດ​ແຜນ​ການ 5 ປີ​ມາ​ນີ້​ໄດ້​ເຜີຍ​ແຜ່​​ຜົນ​ງານການ​ປະ​ຕິ​ຮູບ 127 ຂໍ້​ຕໍ່​ທົ່ວ​ປະ​ເທດ, ໄດ້​ສະ​ແດງ​ໃຫ້​ເຫັນບົດ​ບາດ​ເປັນ “ເຂດ​ທົດ​ລອງ” ຢ່າງ​ຈະ​ແຈ້ງ. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ກາຍ​ເປັນ​​ພາບ​ທີ່ຈະ​ແຈ້ງ​ທີ່​ສຸດ​ຂອງ​​ຕົວເມືອງ​ແຫ່ງ​ນີ້, ທັງ​ໄດ້​ເຮັດ​ໃຫ້​ຊຽງ​ໄຮ​ມີ​ກຳ​ລັງ​ແຂ່ງ​ຂັນ​ສາ​ກົນ​ຫຼາຍກວ່າ​ເກົ່າ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_1435bf2b-93f6-4e8a-a1d2-803f17c99938

ທ່ານ ອຸນ​ຣິ​ສ ສະ​ບິ​ສ​ຊອບ​ເຟີ, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ ABB ກ່າວ​ວ່າ: ພວກ​ເຮົາ​ມີ​ໂອ​ກາດ​ນຳ​ເຂົ້າ​ເຕັກ​ນິກ​​ອັດ​ຕະ​ໂນ​ມັດ​ແລະປັນ​ຍາ​ປະ​ດິດ ຫຼື AI ສູ່ນະ​ຄອນ​ຊຽງ​ໄຮ, ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຊຽງ​ໄຮ​ກາຍ​ເປັນ​ຜູ້​ນຳໃນ​ຂະ​ແໜງ​ການ​ອັດ​ຕະ​ໂນ​ມັດ​ຂອງ​​ໂລກ.

ປີ 2015, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຮຽກ​ຮ້ອງ​ໃຫ້​ຊຽງ​ໄຮ​ເລັ່ງ​ລັດການ​ພັດ​ທະ​ນາ​ໃຫ້​ກາຍ​ເປັນ​ສູນປະ​ດິດ​ສ້າງ​ໃໝ່​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ທີ່​ມີ​ອິດ​ທິ​ພົນ​​ຕໍ່ໂລກ, ເພື່ອ​ປະ​ຕິ​ບັດ​ຕາມ​ແນວ​ຄິດຂອງ​ທ່ານ​ສີ​ຈິ້ນ​ຜິງ, ໃນ​ຂະ​ບວ​ນ​ການ​ກໍ່​ສ້າງ​ສູນ​ປະ​ດິດ​ສ້າງ​ໃໝ່​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ລະ​ດັບ​ໂລກ, ຊຽງ​ໄຮ​ໄດ້​ເພີ່ມ​ທະ​ວີ​ຄວາ​ມ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_b79871a7-fcf6-4fcf-a1a5-329411fd2b07

ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​​ປະ​ຊາ​ຊົນຊຽງ​ໄຮ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ເຖິງ “ການ​ປັບ​ປຸງ​ສັງ​ຄົມ”. ໂດ​ຍ​ປິ່ນ​ອ້ອມ​ທິດ​ຊີ້​ນຳສຳ​ຄັນ​ດັ່ງ​ກ່າວ, ອົງ​ການ​ປົກ​ຄອງ​​ແລະ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ​ໄດ້​ວາງ​​ແຜນ​ການ​ຕ່າງໆ, ເພື່ອ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພື້ນ​ຖານ​ແລະ​ປັບ​ປຸງ​ສັງ​ຄົມ​ແບບ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ມີ​ລະ​ບຽບ​​ແບບ​ແຜນ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_9a2c05f7-2ab1-44e5-b0d7-605ef79f405b

ຊາວ​ເມືອງ​ເຂດ​ຊຸມ​ຊົນ​ຮົງ​ສູນະ​ຄອນ​ຊຽງ​ໄຮ​ກ່າວ​ວ່າ: ພວກ​ເຮົາ​ໄດ້​ມີ​ອາ​ສາ​ສະ​ໝັກ​​ເຂົ້າມາ​ຊ່ວຍ​ເຫຼືອ, ​ຂ້າ​ພະ​ເຈົ້າຮູ້​ສຶກວ່າ​ທຸກ​ຄົນ​ລ້ວນ​ແຕ່​ຕັ້ງ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ດີ​ຫຼາຍ, ບໍ່​ພຽງ​ແຕ່​ຂ້າ​ພະ​ເຈົ້າ​ຜູ້​ດຽວ​ທີີ່​ເປັນ​ແບບ​ນີ້​ເທົ່າ​ນັ້ນ.

ຢູ່​ນະ​ຄອນ​ຊຽງ​ໄຮ, “ແຜນ​ການ​ເຄື່ອນ​ໄຫວ​ສາມ​ປີ​ທີ່​ບໍ​ລິ​ຫານ​ຕົວ​ເມືອງ​ຢ່າງ​ລະ​ອຽດ” ພວມ​​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າ​ງ​ເລິກ​ເຊິ່ງ, ວິ​ທີ​​ມຸ້ມ​ຄອງ​ດ້ວຍ​ວິ​ທະ​ຍະ​ສາດ​ຫຼາຍກວ່າ​ເກົ່າ, ລະ​ອຽດ​ແລະ​ມີ​ສະ​ຕິ​ປັນ​ຍາກວ່າ​ເກົ່າ​ໄດ້​ວາງ​ອອກ​ເທື່ອ​ລະ​ກ້າວ.

图片默认标题

ທ່ານ​ໝ໋​ຊຸ່ນ​ເລີຍ ຮອງ​ເລ​ຂາ​ທິ​ການ​ໃຫຍ່​​ອົງ​ການ​ປົກ​ຄອງ​ນະ​ຄອນ​ຊຽງ​ໄຮ​ທັງ​ເປັນ​​ປະ​ທານຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​​ປະ​ຕິ​ຮູບ​ຊຽງ​ໄຮ​ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​ຈຳ​ໄວ້​ໃຫ້​ດີ​ແນວ​ຄິດ​ສຳ​ຄັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​, ແລະ​​ຫັນ​ເປັນ​ກຳ​ລັງ​ແຮງ​ທີ່​ເຂັ້ມ​ແຂວງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ.

ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຄື​ກັນ​ກັບ​ການ​ອອກ​ເດີນ​ທະ​ເລອີກຄັ້ງ​ໜຶ່ງ.

ຄຳ​ເຫັນ

0