黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະ​ກຳມະການການ​ເລືອກ​ຕັ້ງ​ແຫ່ງ​ຊາດໄທ​ປະກາດບັນຊີ​ລາຍ​ຊື່​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ

2019-02-12 11:20:42 CRI

ວັນ​ທີ 11 ກຸມພາ​ນີ້, ຄະນະ​ກຳມະການການ​ເລືອກ​ຕັ້ງ​ແຫ່ງ​ຊາດໄທ​ໄດ້​​ພິຈາລະນາ​ແລະ​ຮັບຮອງ​ເອົາບັນຊີ​ລາຍ​ຊື່​ຜູ້​ລົງ​ສະໝັກ​ຮັບ​ເລືອກຕັ້ງນາຍົກລັດຖະມົນຕີ 69 ຄົນ​ທີ່​ສະ​ເໜີ​ຊື່​ໂດຍ 45 ພັກ​ການ​ເມືອງ, ຂະນະ​ທີ່ຊື່​ຂອງ​ເຈົ້າຍິງອຸບົນຣັດຕະນະ ​ເອື້ອຍຂອງ​ເຈົ້າຊີວິດ​ໄທ​ອົງ​ປັດຈຸບັນ ​ເຊິ່ງ​ເປັນ​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງທີ່​ສະ​ເໜີ​ຊື່​ໂດຍ​ພັກ​ຮັກສາ​ຊາດ​ໄທ​ບໍ່​ໄດ້​ຢູ່​ໃນ​ບັນຊີ​ລາຍ​ຊື່​ດັ່ງກ່າວ ​ເຊິ່ງກໍ​ໝາຍ​ຄວາມ​ວ່າ ​ເຈົ້າຍິງ​ອຸບົນຣັດຕະນະ ບໍ່​ໄດ້​ຜ່ານການຮັບຮອງ​ໃນ​ການ​ກວດກາ​ຄຸນ​ວຸດ​ທິຜູ້​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງຂອງ​ຄະນະ​ກຳມະການ​ການເລືອກ​ຕັ້ງ​ແຫ່ງ​ຊາດ.

ຄະນະ​ກຳມະການ​ການເລືອກ​ຕັ້ງ​ແຫ່ງ​ຊາດ​ໄທ​ໄດ້​ໃຫ້​ເຫດຜົນ​ວ່າ: ອີງ​ຕາມ​ພະ​ລາຊະ​ດຳລັດ​ທີ່​ຊົງ​ປະກາດ​ໃນ​ວັນ​ທີ 8 ກຸມພາ​ນີ້​ແລະ​ລັດຖະທຳ​ມະນູນ​ທີ່​ນຳ​ໃຊ້​​ໃນປັດຈຸ​ບັນ, ​ເຊື້ອ​ເຈົ້າ​ທັງ​ໝົດ​ລ້ວນ​ແຕ່​ຢູ່​ນອກ​ວົງ​ການ​ການ​ເມືອງ ທັງ​ວາງ​ໂຕ​ເປັນກາງ ບໍ່​ຄວນ​ຮັບ​ໜ້າ​ທີ່​ຕຳ​ແໜ່​ງທາງ​ການ​ເມືອງ​ໃດໆ ຖ້າ​ບໍ່​ດັ່ງນັ້ນກໍ​ຈະ​ເປັນ​ການລະ​ເມີດ​​ລັດຖະທຳ​ມະນູນ ​ແລະ ຝືນ​ກັບ​ລະບອບລາຊາທິປະ​ໄຕພາຍ​ໃຕ້​ລັດຖະທຳ​ມະນູນ​ໃນ​ປັດຈຸບັນ.

ປັດຈຸບັນ​ນີ້, ພັກ​ການ​ເມືອງ​ຕ່າງໆ​ຂອງ​ໄທ​ລ້ວນ​ແຕ່​​ໄດ້​ເລີ່​ມຕົ້ນ​ສ້າງພາບ​ພົດ​ທີ່​ດີ​ໃຫ້​ແກ່​ພັກ​ຕົນ ​ແລະ ​ການໂຄສະນາ​ຫາ​ສຽງ​ຢ່າງຂຸ້ນຂ້ຽວຢູ່ ​ເຊິ່ງຢູ່​ຖະໜົນຫົນທາງສາຍ​ຕ່າງໆ​ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ປ້າຍ​ໂຄສະນາຫາ​ສຽງ​ແລະຄຳ​ຂວັນຂອງ​ພັກ​ຕ່າງໆ.

ຄຳ​ເຫັນ

0