吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອ​ຢິບ​ຈັດ​ກອງ​ປະ​ຊຸມ​ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ​ຄັ້ງ​ທີ 3

2019-02-12 16:17:37 cri

    ວັນ​ທີ 11 ກຸມ​ພາ​ນີ້, ກອງ​ປະ​ຊຸມ​ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງເລີ​ແກ​ຂອງ​ເອ​ຢິບ ພາຍ​ໃຕ້​ຫົວ​ຂໍ້ “ອາ​ຟ​ຣິ​ກາ​ເໜືອ ແລະ ທ​ະ​ເລເມ​ດີ​ເຕ​ລາ​ເນ: ການຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ພະ​ລັງ​ງານ​ໃນ​ອະ​ນາ​ຄົດ”.
    ສື່ມວ​ນ​ຊົນ​ເອ​ຢິບ​ລາຍ​ງານ​ວ່າ, ກອງ​ປະ​ຊຸມ​ເປັນ​ເວ​ລາ 3 ​ວັນ​ຈະ​ໄດ້​ປຶກ​ສາ​ຫາ​ລື ​ຫຼາຍ​ຫົວ​ຂໍ້ ເຊັ່ນ: ຄວາມ​ປອດ​ໄພດ້ານ​ພະ​ລັງ​ງານ, ສຸ​ຂະ​ພາບ​​ຂອງ​ແມ່​ຍິງ, ສິ່ງ​ແວດ​ລ້ອມ, ການ​ທະ​ນາ​ຄານ ແລະ ການ​ລົງ​ທຶນ​ເປັນ​ຕົ້ນ, ນອກ​ນີ້, ຍັງ​ຈະ​ປຶກ​ສາຫາ​ລື​ການ​ນຳ​ໃຊ້​ເຕັກ​ນິກ​ດີ​ຈີ​​ຕອນ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ, ພະ​ລັງ​ງານ​ເປັນ​ຕົ້ນ​ເປັນ​​ຄັ້ງ​ທຳ​ອິດ. ​ຂ່າວ​ລາຍ​ງານ​ວ່າ:ເຈົ້າ​ໜ້າ​ທີ່,ຊ່ຽວ​ຊານ  200 ກວ່າ​ຄົນ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ເຊິ່ງ​ມີຜູ້​ຕາງ​ໜ້າ 1.200 ຄົນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ນີ້,​ພ້ອມ​ດຽວ​ກັນ​ນີ້​ຍັງ​ມີບໍ​ລິ​ສັດປະ​ມານ 400 ແຫ່ງ​​ໄດ້ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ທີ່​ກ່ຽວ​ຂ້ອງ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

 

ຄຳ​ເຫັນ

0