黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ເນ​ຊູ​ເອລາ​ຈະ​ບໍ່​ອ່ອນ​ຍອມ​ຕໍ່​ການ​ຂວ້ຳ​ບາດ​ຂອງອາ​ເມຣິກາ

2019-02-12 16:23:18 CRI

ທ່ານ​ວະ​ລາ​ດີ​ເມຍ ປາດຣີ​ໂນ ​ໂລ​ເປສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເວ​ເນ​ຊູ​ເອລາ ກ່າວ​ໃນ​ວັນ​ທີ 11 ກຸມພາ​ນີ້​ຢູ່​ນະຄອນຫຼວງຄາ​ຣາ​ກາສ ວ່າ: ບໍ່​ວ່າການ​ຂວ້ຳ​ບາດ​​ໃນ​ລັກສະນະ​ໃດ​ກໍ​ຕາມ​ກໍ​ບໍ່​ອາດ​ຈະ​ເຮັດ​ໃຫ້​ເວ​ເນ​ຊູ​ເອລາ​ແຕກ​ສະຫຼາຍ​ໄດ້ ​ແລະ ກໍ​ບໍ່​ອາດ​ຈະ​ເຮັດ​ໃຫ້​ເວ​ເນ​ຊູ​ເອລາຍ​ອມ ຈຳນົນ​ໄດ້. ນອກ​ນີ້, ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ກອງທັບ​ປະ​ເທດ​ຕົນ​ຈົ່ງກຽມ​ຄວາມ​ພ້ອມ​ໃນ​ການ​ສູ້ຮົບ​ເພື່ອ​ປະ​ເທດ​ຊາດ, ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ນິຍົມ​ແລະ​ພະຍາຍາມ​ຮັກສາ​ສັນຕິພາບ.

​ເພື່ອ​ບີບ​ບັງຄັບ​ໃຫ້​ທ່ານ​ນີ​ໂຄ​ລາສ ມາ​ດູ​ໂຣ ປະທານາທິບໍດີ​ເວ​ເນ​ຊູ​ເອລາ ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ໄລຍະ​ຜ່ານ​ມາ, ອາ​ເມຣິກາ​ໄດ້​ໃຊ້​ມາດ​ຕະການ​ຂວ້ຳ​ບາດ​ຕໍ່​ເວ​ເນ​ຊູ​ເອລາ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ​ໂດຍ​ຂຶ້ນ​ບັນຊີ​ລາຍ​ຊື່​ຂອງ​ບຸກຄົນ​ທີ່​ເປັນ​ເປົ້າໝາຍ​ຂວ້ຳ​ບາດລວມມີ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ ​ເຈົ້າໜ້າ​ທີ່ທະຫານ​ຂອງ​ເວ​ເນ​ຊູ​ເອລາຫຼາຍຄົນ. ນອກ​ນີ້, ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ຍັງ​ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ບໍ່​ປະຕິ​ເສດ​ທີ່​ຈະ​ໃຊ້​ມາດ​ຕະການ​ທາງ​ການ​ທະຫານ​ເພື່ອ​ເຂົ້າ​ແຊກ​ແຊງ​ເວ​ເນ​ຊູ​ເອລາ.

ຄຳ​ເຫັນ

0