吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ເກີດ​ອຸ​ບັດ​ເຫດ​ກຳ​ປັ່ນ​​ຫຼົ້ມ ​ມີ 18 ຄົນ​ຫາຍ​ສາບ​ສູນ

2019-02-12 14:34:09 cri

    ວັນ​ທີ 11 ກຸມ​ພາ​ນີ້, ພາກ​ສ່ວນ​ດັບ​ເພີງ ລັດຍະ​ໄຂ່​ຂອງ​ມຽນ​ມາ​ກ່າວ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ກຳ​ປັ່ນ​ລຳ​ໜຶ່ງ​ໄດ້​ຫຼົ້ມ​ຢູ່​ເຂດ​ທະ​ເລ​ບໍ​ລິ​ເວນ​ເກາະ​ເລິ​ເປນ ລັດຍະ​ໄຂ່, ປັດ​ຈຸ​ບັນ ມີ 7 ຄົນ​ໄດ້​ຮັບ​ການກອບ​ກູ້, 18 ຄົນ​ຫາຍ​ສາບ​ສູນ.
    ອົງ​ການດັບ​ເພີງ​​ມຽນ​ມາແຈ້ງ​ໃຫ້​ຮູ້​ວ່າ, ປະ​ມານ 4 ໂມງ​ເຊົ້າວັນ​ທີ 11 ກຸມ​ພາ​ນີ້,ກຳ​ປັ່ນ​ລຳ​ໜຶ່ງ​ທີ່​ຂຶ້ນ​ກັບ​ກະ​ຊວງ​ຂົນ​ສົ່ງ ແລະ ໂທ​ລະ​ຄົມ​ມຽນ​ມໄດ້​ຫຼົ້ມ​ຢູ່​ເຂດ​ທະ​ເລ​ບໍ​ລິ​ເວນ​ເກາະ​ເລິ​ເປນ​ຍ້ອນ​ປະ​ສົບ​ກະ​ແສຟອງ​ຮ້າຍ​ແຮງ. ພ​າກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເກາະ​ເລິ​ເປນ​​ໄດ້ສົ່ງ​ກຳ​ປັ່ນ​ຫາ​ປາ​ສອງ​ເພື່ອກອບ​ກູ້​​ຊີ​ວິດໃນ​ທັນ​ທີ, ຈົນ​ຮອດ​ຕອນ​ເຊົ້າ​ວັນ​ທີ 11 ກຸມ​ພາ​ນີ້, ​ຢູ່​ເທິງ​ກຳ​ປັ່ນ​ທີ່​ມີ​ຈຳ​ນວນ 25 ຄົນ,​ມີ 7 ຄົນ​ໄດ້​ຮັບ​ການກອບ​ກູ້ຊີ​ວິດ ແລະ ອີກ 18 ຄົນ​ຫາຍ​ສາບ​ສູນ.
     ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ດັບ​ເພີງ ລັດ​ຍະ​ໄຂ່ບອກ​ກັບນັກ​ຂ່າວ​ວ່າ, ປັດ​ຈຸ​ບັນ​ ໜ່ວຍກອບ​ກູ້​ຍັງ​ກຳ​ລັງ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ຢູ່​ເຂດ​ທະ​ເລ​ໃກ້​ຄຽງ.

ຄຳ​ເຫັນ

0