黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ທ່ອງ​ທ່ຽວຈີນ​ໄປ​ທ່ຽວ​ກຳປູ​ເຈຍ​ເຖິງ 2 ລ້ານ​ເທື່ອ​ຄົນ

2019-02-12 16:22:34 CRI

ອົງການ​ລັດຖະບານ​ກຳປູ​ເຈຍ​ໄດ້​​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ໃນ​ວັນ​ທີ 11 ກຸມພາ​ນີ້​ວ່າ ​ໃນ​ປີຜ່ານມາ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ໄປ​ທ່ຽວ​ກຳປູ​ເຈຍ​ບັນລຸ​ເຖິງ 6.200.000 ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 11% ​ເມື່ອ​ທຽບ​ໃສ່​ປີ 2017. ​ໃນ​ນີ້, ນັກ​ທ່ອງ​ທ່ຽວຈີນ​ໄດ້​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ ​ໂດຍ​ໄດ້​ບັນລຸ​ເຖິງ 2 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 70% ​ເມື່ອ​ທຽບ​ໃສ່​ປີ 2017.

ປີ 2019 ​ເປັນ “ປີວັດທະນະທຳ​ແລະ​ທ່ອງ​ທ່ຽວ​​ຈີນ-ກຳປູ​ເຈຍ”. ອີງ​ຕາມ​ແຜນ​ປະຕິບັດ​ງານ​ຂອງ​​ສອງ​ຝ່າຍ ພາກສ່ວນ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ຈະ​ຈັດ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ແລະທ່ອງ​ທ່ຽວຫຼາຍຄັ້ງ​ໃນ​​ປີ​ນີ້ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ເຊື່ອມ​ສາຍ​ພົວພັນ​ທາງ​ຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ຊາດ, ສົ່ງ​ເສີມ​ການຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ສອງ​ປະ​ເທດ ​ແລະ ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ.

ກຳປູ​ເຈຍ​ໄດ້​ກຳນົດ​ເປົ້າໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 7 ລ້ານ​ເທື່ອ​ຄົນ​ເມື່ອ​ຮອດ​ປີ 2020 ​ໃນ​ນີ້​ຈະ​ຕ້ອງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​​ໄດ້​ເຖິງ 3 ລ້ານ​ເທື່ອ​ຄົນ.

ຄຳ​ເຫັນ

0