吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮຸນ​​ແຊນ​ກ່າວວ່າ: ຈະ​ບໍ່​ຍອມ​ມອບ​ສິດ​ອະທິປະ​ໄຕ​ເພື່ອ​ແລກ​ກັບ​ກາ​ນຊ່ວຍ​ເຫຼືອ

2019-02-13 16:34:14 cri

ພາຍຫຼັງສະຫະພາບເອີຣົບໄດ້ຍົກເລີກການຫຼຸດພາສີຕໍ່ຜະລິດຕະພັນນຳເຂົ້າຈາກກຳປູເຈຍ, ທ່ານຮຸນ​​ແຊນ ນາ​ຍົກ​ລັດຖະມົນຕີ​ກຳປູ​ເຈຍ​ໄດ້​ເປີ​ດ​ເຜີຍ​ທາງ​​ເວັບ​ໄຊ​ລັດຖະບານ​ໃນ​ວັນ​ທີ 12 ກຸມພາ​ນີ້​ວ່າ: ກຳປູ​ເຈຍ​ບໍ່ຍອມ​ມອບ​ສິດ​ອະທິປະ​ໄຕ​ເພື່ອ​​ແລກ​ກັບ​ກາ​ນຊ່ວຍ​ເຫຼືອ.

ທ່ານ​ກ່າວ​ວ່າ: ກຳປູ​ເຈຍ​ມີສະພາບ​ການ​ເມືອງ​ຢ່າງ​ໝັ້ນ​ທ່ຽງ, ມີ​ສັນຕິພາບ, ​ໄດ້​ຖອນ​ອອກ​ຈາກສະຖານະ​ພາບ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ ​ແລະຈະ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​​ປານ​ກາງສູງ​ເມື່ອ​ຮອດ​ປີ 2030, ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເມື່ອ​ຮອດ​ປີ 2050. ກຳ​ປູ​ເຈຍຈະ​ບໍ່ຍອມ​ມອບ​ເອກະລາດ ​ແລະ​ອະທິປະ​ໄຕ​​ແຫ່ງ​ຊາດ​ໃຫ້​ໃຜ. ກຳປູ​ເຈຍ​ຈະ​ກາຍ​ເປັນ​ປະ​ເທດ​ເພື່ອນ​ມິດ​ທີ່​ດີ​ກັບ​ທຸກ​ປະ​ເທດ​ທີ່ມີ​ຄວາມ​ເຊື່ອໝັ້ນ​ວ່າ​ກຳປູ​ເຈຍຈະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ບໍ່​ເຂົ້າ​ແຊກ​ແຊງ​ການ​ເມືອງ​ພາຍ​ໃນ​ກຳປູ​ເຈຍ.

ວັນ​ທີ 11 ກຸມພາ​ນີ້, ສະຫະພາບ​ເອີຣົບ​ໄດ້ປະຕິບັດ​ຂັ້ນ​ຕອນ​ການ​ຍົກ​ເລີກ​ການ​ຫຼຸດ​ພາສີ​ຕໍ່​ຜະລິດຕະ​ພັນ​ນຳ​ເຂົ້າ​ຈາກ​ກຳປູ​ເຈຍ​ຢ່າງ​ເປັນ​ທາງ​ການດ້ວຍ​ຂໍ້​ອ້າງທີ່​ວ່າ​ກຳປູ​ເຈຍ​ບໍ່​ມີ​ສິດທິ​ມະນຸດ ​ແລະ​ສິດທິ​ແຮງ​ງານ.

ຄຳ​ເຫັນ

0