黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ​ຈັດຕັ້ງທາງ​ສັງຄົມ​ຂອງ​ສອງ​ເກົາຫຼີຮຽກຮ້ອງ​ໃຫ້​ຈັດຕັ້ງປະຕິບັດ​ຖະ​ແຫຼງການ​ເໜືອ​ໃຕ້​ໂດຍ​ໄວ

2019-02-14 16:42:34 CRI

ຂ່າວສານ​ສູນ​ກາງ​ເກົາຫຼີລາຍ​ງານ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ ອົງການ​ຈັດຕັ້ງທາງ​ສັງຄົມ​ຂອງ ສປປ ​ເກົາຫຼີ, ສ.​ເກົາຫຼີ ​ແລະ ຢູ່​ຕ່າງປະ​ເທດ ​ໄດ້​ຮ່ວມ​ກັນຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ຕ້ອນຮັບ​ບຸນ​ປີ​ໃໝ່ ​ແຕ່​ວັນ​ທີ 12-13 ກຸມພາ​ນີ້​ຢູ່​ພູ​ກື​ມກາງ ​ແຫຼ່ງທ່ອງ​ທ່ຽວ ສປປ ​ເກົາຫຼີ ​ໂດຍ​ຜູ້ຕາງໜ້າ​ຂອງ​ບັນດາ​ຝ່າຍ​ໄດ້​ຮຽກຮ້ອງ​ໃຫ້​ເລັ່ງລັດ​ຈັດຕັ້ງປະຕິບັດ​ຖະ​ແຫຼງການ​ເໜືອ​ໃຕ້ ​​ເພື່ອ​ຊຸກຍູ້ສາຍ​ພົວພັນ​ລະຫວ່າງ​ເໜືອ​ໃຕ້​ໃຫ້​ສືບ​ຕໍ່​ພັດທະນາ​ມີ​ຄວາມ​ຄືບໜ້າ.

​ໃນ​ກອງ​ປະຊຸມ​ຜູ້ຕາງໜ້າ​ບັນດາ​ຝ່າຍ​ທີ່​ໄດ້​ຈັດ​ຂຶ້ນກ່ອນ​ນັ້ນ, ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ກ່າວ​ເນັ້ນວ່າ: ຕ້ອງ​ຊຸກຍູ້​ໃຫ້​ທົ່ວ​ຊົນ​ຊາດ​ເລັ່ງລັດ​ຈັດຕັ້ງປະຕິບັດ “ຖະ​ແຫຼງການ​ປານ​ມູນ​ຈອມ” ​ແລະ “ຖະ​ແຫຼງການ​ຮ່ວມພຽງ​ຢາງ​ກັນຍາ” ຄັ້ງປະຫວັດສາດ​ ​ເພື່ອ​ສຸມ​ໃສ່ຊຸກຍູ້ສາຍ​ພົວພັນ​ລະຫວ່າງ​ເໜືອ​ໃຕ້​ກໍ​ຄືພາລະກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​​ເຂົ້າ​ເປັນ​ເອກະພາບນັ້ນ​ໃຫ້ມີ​ການ​ປ່ຽນ​ແປງ​ທີ່​ເປັນ​ຂີດ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ​ອີກ​ຄັ້ງ​ໃໝ່.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ຫຼັງກອງ​ປະຊຸມ​ດັ່ງກ່າວ ຍັງ​ໄດ້​ຈັດ​ກິດຈະກຳ​ຕ່າງໆ​ອີກ ​ເຊັ່ນ: ກອງ​ປະຊຸມ​ປະທານ​ຄະນະ​ກຳມະການ​ປະສົມ​ຊົນ​ເຜົ່າ​ເພື່ອການ​ລົງມື​ປະຕິບັດ​ຕົວ​ຈິງ​ຖະ​ແຫຼງການ​ຮ່ວມ 15 ມິຖຸນາ, ການ​ພົບ​ປະ​ປຶກສາ​ຫາລື​ລະຫວ່າງ​ບັນດາ​ອົງການ​ຈັດຕັ້ງທາງ​ສັງຄົມ ​ແລະ ງານ​ຊຸມນຸມ​ກ່າວ​ຄຳ​ສາບານ​ຍາມຕາ​ເວັນ​ຂຶ້ນ.

ຄຳ​ເຫັນ

0