吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາຍ​ພົວພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນລະຫວ່າງ​ອາ​ເມຣິກາ-ຈີນ​ບໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດສອງ​ຝ່າຍ

2019-02-14 16:26:37 cri

ວັນ​ທີ 12 ກຸມພາ​ນີ້, ອະດີດ​ບຸກຄົນ​ສຳຄັນ​ດ້ານ​ການ​ເມືອງ ​ແລະ​ຜູ້​ຊ່ຽວຊານ​ບັນຫາ​ຈີນທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຫຼາຍທ່ານ​ຂອງອາ​ເມຣິກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ວ່າ​ດ້ວຍ “ປັບປຸງ​ທິດ​ທາງ​ໃຫ້​ຖືກຕ້ອງ: ປັບປຸງ​ນະ​ໂຍບາຍ​ຕໍ່​ຈີນ​ໃຫ້​ມີ​ປະສິດທິ​ຜົນ ​ແລະ​ແບບ​ຍືນ​ຍົງ” ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ອາ​ເມຣິກາ​ຄວນ​ຊອກ​ຫາ​​ວິທີ​ທາງ​ແກ້​ໄຂ​ບັນຫາດ້ວຍ​ການ​ເຈລະຈາ​ກັບ​ຈີນ, ສາຍ​ພົວພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນລະຫວ່າງ​ອາ​ເມຣິກາ-ຈີນ​ບໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດສອງ​ຝ່າຍ.

ສຳລັບອາ​ເມຣິກາ, ທີ່ກົດ​ດັນ ​ແລະ​ສະກັດ​ກັ້ນ​ຈີນ​ບໍ່​ແມ່ນ​ແຜນການ​ແກ້​ໄຂ​ໄລຍະ​ຍາວ. ອາ​ເມຣິກາ​ຄວນ​ດຳ​ເນີນ​ການ​ເຈລະຈາ​ກັບ​ຈີນ ​ເພື່ອ​ຊອກ​ຫາວິທີ​ທາງ​ແກ້​ໄຂ​​ໃນ​ເວລາ​ຈັດ​ວາງນະ​ໂຍບາຍ​ຕໍ່​ຈີນ, ຖ້າ​ບໍ່​ດັ່ງ​ນັ້ນ​ອາດ​ຈະກະທົບຕໍ່​ສາຍ​ພົວພັນທີ່​ສຳຄັນ​ລະຫວ່າງ​ອາ​ເມຣິກາ-ຈີນ​ຢ່າງໜັກໜ່ວງ, ​ແຕ່​ທີ່​ຈິງ​ແລ້ວ ຜົນ​ກະທົບ​ດັ່ງກ່າວ​ແມ່ນ​ສາມາດ​ຫຼີກ​ເວັ້ນ​ໄດ້.

ຜູ້​ຊ່ຽວຊານ​ເຫຼົ່າ​ນີ້ກ່າວ​ວ່າ: ອາ​ເມຣິກາ ​ແລະ​ຈີນ​ຄວນ​ແກ້​ໄຂຄວາມຂັດ​ແຍ້​ງສະ​ເພາະ ​ແລະ​ບັນຫາຕ່າງໆ​ໃນ​ທົ່ວ​ໂລກ​ດ້ວຍ​ການ​ຮ່ວມ​ມື, ພວກ​ເພິ່ນມີ​ຄວາມ​ຮັບຜິດຊອບ​ໃນ​ການ​ນຳ​ໃຊ້​ຄວາມ​ຮູ້ ​ແລະ​ປະສົບ​ການຂອງ​ຕົນສາຍ​ພົວພັນ​ອາ​ເມຣິກາ ​ແລະ​ຈີນບໍ່​ໃຫ້​ເປັນ​ປໍ​ລະ​ປັກ​ກັນ.

ຄຳ​ເຫັນ

0