黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນມອບ​ອຸປະກອນ IT ​ໃຫ້​ແກ່​ສື່​ມວນ​ຊົນ​ຟິລິບ​ປິນ

2019-02-14 16:34:21 CRI

ພິທີ​ມອບ​-ຮັບອຸປະກອນ IT ທີ່​ສະຖານທູດ​ຈີນປະຈຳ​ຟິລິບ​ປິນ​ເປັນ​ຜູ້​ມອບ​ ແລະ​ ສຳນັກ​ຂ່າວສານ​ແຫ່ງ​ຊາດ​ຟິລິບ​ປິນ, ສະຖານີ​ວິທະຍຸ​ແຫ່ງ​ຊາດ​ຟິລິບ​ປິນ​ເປັນ​ຜູ້​ຮັບ ​ໄດ້​ຈັດ​ຂຶ້ນ​ໃນຕອນ​ບ່າຍ​ວັນ​ທີ 13 ກຸມພາ​ນີ້ຢູ່​ນະຄອນຫຼວງມະນີ​ລາ ​ໂດຍ​ມີທ່ານ​ມາ​ຕິນ ອັນ​ດາ​ນາ ຫົວໜ້າ​ໂຄສົກ​ປະຈຳທຳນຽບປະທານາທິບໍດີ​ຟິລິບ​ປິນ, ທ່ານ​ຈ້າວ​ຈ້ຽນຫົວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນ ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ຈາກພາກສ່ວນ​ທີ່​ກ່ຽວຂ້ອງຮັບ​ອຸປະກອນ ​ແລະ​ນັກ​ຂ່າວ​ຂອງ​ສອງ​ປະ​ເທດ​ເກືອບ 100 ຄົນ​ເຂົ້າຮ່ວມ.

ທ່ານ​ມາ​ຕິນ ອັນ​ດາ​ນາ ​ໄດ້​ຕາງໜ້າ​ສຳນັກ​ຂ່າວສານ​ແຫ່ງ​ຊາດ​ຟິລິບ​ປິນ ​ແລະ ສະຖານີ​ວິທະຍຸ​ແຫ່ງ​ຊາດ​ຟິລິບ​ປິນ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະຖານທູດ​ຈີນ​ທີ່​​ໄດ້​ປະກອບສ່ວນ​ໃນການ​ຍົກ​ລະດັບ​ຄວາມ​ສາມາດ​ດ້ານ​ດີ​ຈີ​ຕອນ​ຂອງ​ສື່​ມວນ​ຊົນ​ຟິລິບ​ປິນ ​ແລະ ການ​ບໍລິຈາກ​ຄັ້ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ຊາດ​ໃນ​ການ​ລົງ​ເລິກ​ການ​ແລກປ່ຽນ​ການ​ຮ່ວມ​ມືເຊິ່ງກັນ​ແລະ​ກັນ ​ເຊິ່ງ​ເປັນ​ການ​ຂຽນ​ປະຫວັດສາດ​ໜ້າ​ໃໝ່​​ແຫ່ງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ອຸປ​ະກອນ IT ທີ່​ສະຖານທູດ​ຈີນ​ບໍລິຈາກ​ຄັ້ງນີ້​ລວມມີ​ມື​ຖື, ກ້ອງຖ່າຍຮູບ, ກ້ອງຖ່າຍ​ວີ​ດີ​ໂອ​ແບບ​ພົກ​ພາ, ຄອບ​ພິວ​ເຕີ​ໂນ​ດບຸກ ​ແລະ​ອື່ນໆ.

ຄຳ​ເຫັນ

0