蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ສຳ​ເລັດ​ການ​ກໍ່​ສ້າງ​ຂົ​ວ​ແລະ​ອຸ​ມົງ​ທີ່​ໄດ້​ປະ​​ມູນ​ໄປ​ແລ້ວ 90% ໃນ​ປີ 2019

2019-02-14 16:06:38 CRI

ທ່ານຫຼີ​ປິ່ງ​ສວນ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 13 ກຸມ​ພາ​ນີ້​ວ່າ, ປີ 2019 ແມ່ນ​ປີ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​-ຈີນ ເຊິ່ງ​ຈະ​ກໍ່​ສ້າງ​ຂົ​ວ​ແລະ​ອຸ​ມົງ​ທີ່​ໄດ້​ປະ​ມູນ​ໄປ​ແລ້ວ​ 90% ໃຫ້​ສຳ​ເລັດໃນ​ປີ 2019.

ກອງ​ປະ​ຊຸມ​ວຽກ​ງານ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​​ປີ 2019 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ມື້​ດຽວ​ກັນ, ທ່ານຫຼີ​ປິ່ງ​​ສວນໄດ້​​ລາຍ​ງານຂໍ້​ມູນ​ດັ່ງ​ກ່າວ​ໃນ​ກອ​ງ​ປະ​ຊຸມ​. ຂະ​ນະ​ດຽວ​ກັນ, ທ່ານ​ກ່າວ​ວ່າ, ປີ 2018, ໂຄງ​ການ​ຈຸດສູນ​ແລະ​ໂຄງ​ການ​ກໍ່​ສ້າງ​ໃນ​ຍ່ານ​ທາງ​ທີ່​ຫຍຸ້ງ​ຍາກ ພ້ອມ​ທັງ​ໂຄງ​ການ​​ທີ່​ມີລັກ​ສະ​ນະ​ຄວບ​ຄຸມ​ຕາມ​ລົດ​ໄຟ​ລາວ-ຈີນໄດ້​ກໍ່​ສ້າງ​ໄປ​ຢ່າງ​ໜັກ​ແໜ້ນ ແລະ ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ມາ​ຮອດ​ທ້າຍ​ປີ​ຜ່ານ​ມາ, ​ສະຫຼຸບ​ແລ້ວ​ໄດ້​ລົງ​ທຶນໄປ​ທັງ​ໝົດ 11,8 ຕື້ຢວນ ​ເຊິ່ງ​ເທົ່າ​ກັບ 31,5% ຂອງ​ການ​ລົງ​ທຶນ​ທັງ​ໝົດ.

ຄຳ​ເຫັນ

0