黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ປະກາດ​ໃຊ້​ມາດ​ຕະການ​ໃໝ່​ເພື່ອ​ຂວ້ຳ​ບາດ​ອີຣານ

2019-02-14 16:40:09 CRI

ວັນ​ທີ 13 ກຸມພາ​ນີ້, ກະຊວງ​ການ​ເງິນ​ອາ​ເມຣິກາ​ໄດ້​ປະກາດ​ຂວ້ຳ​ບາດ​ຕໍ່ 2 ອົງ​ກອນ ​ແລະ 9 ບຸກຄົນ​ຂອງ​ອີຣານ ​ໂດຍ​ອ້າງ​ວ່າ ​ເປົ້າໝາຍ​ຂວ້ຳ​ບາດ​ດັ່ງກ່າວ​ຖືກ​ສົງ​ໄສ​ວ່າ​ໃຫ້ການສະໜັບສະໜູນການ​ເຄື່ອນ​ໄຫວ​ທາງ​ອິນ​ເຕີ​ເນັດ​ແລະ​ການ​​ໂຈລະ​ກຳ​ຂ່າວ​ລັບ​ທີ່​ມີ​ເຈຕະນາ​ຮ້າຍ​ຕໍ່​ຊາວ​ອາ​ເມຣິກາ. ​ໃນ​ຖະ​ແຫຼງການ​ຂອງ​ກະຊວງ​ການ​ເງິນ​ອາ​ເມຣິກາ ​ໄດ້​ລະບຸ​ວ່າ: ຊັບ​ສິນ​ຂອງ​ຜູ້​ຖືກ​ຂວ້ຳ​ບາດ​ໃນດິນ​​ແດນ​ອາ​ເມຣິກາຈະ​ຖືກ​ອາ​ຍັດ ​ແລະ ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ​ອາ​ເມຣິກາ​​ເຮັດ​ທຸລະ​ກິດ​ກັບ​ຜູ້​ຖືກ​ຂວ້ຳ​ບາດ.

ມື້​ດຽວ​ກັນ, ທ່ານ​ເຊ​ເຢດ ອາລີ ຄາ​ມາ​ນີ ຜູ້ນຳ​ສູງ​ສຸດ​ອີຣານ​ໄດ້​ອອກ​ຖະ​ແຫຼງການ​ຜ່ານ​ເວັບ​ໄຊ​ຂອງ​ຕົນ​ວ່າ: ​ອາດ​ຈະ​ບໍ່ສາມາດ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ລະຫວ່າງ​ອີຣານ-ອາ​ເມຣິກາ ​ໂດຍ​ຜ່ານ​ການ​ເຈລະຈາ​​​ລະຫວ່າງສອງ​ຝ່າຍ ​ແລະ ກໍ​ຊອກ​ບໍ່​ເຫັນ​ວິທີທາງ​ແກ້​ໄຂ​ໃນ​ຕໍ່ໜ້າ​ທີ່​ເປັນ​ໄປ​ໄດ້. ການ​ເຈລະຈາ​ກັບ​ອາ​ເມຣິກາ​ຈະ​ບໍ່​ໄດ້ຮັບ​ໝາກຜົນແຕ່​ຢ່າງ​ໃດ ທັງ​ຈະ​ເຮັດ​ໃຫ້​ອີຣານປະສົບ​ຄວາມ​ເສຍ​ຫາຍ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ອີກ​ດ້ວຍ. ນອກ​ນີ້, ທ່ານ​ຄາ​ເມນີ ຍັງ​​ໄດ້​ເນັ້ນໜັກ​ອີກວ່າ: ອີຣານ​ເຫັນ​ວ່າ​ອາ​ເມຣິກາ ​ແລະ ບາງ​ປະ​ເທດ​ເອີຣົບມັກ​ມີ​ການກະທຳທີ່ຕົ້ມຕົວ ຈຶ່ງ​ບໍ່​​ໜ້າ​ເຊື່ອ​ຖື​.

ຄຳ​ເຫັນ

0