蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຊ້ອມ​ຮົບ​ຮ່ວມ “ງູ​​ຈົງ​ອາງ​ຄຳ” ປີ 2019 ໄດ້​ຈັດ​ຂຶ້ນ​ຢູ່​ພາກ​ເໜືອ​ປະ​ເທດ​ໄທ

2019-02-14 16:04:26 CRI

ການ​ຊ້ອມ​ຮົບ​ຮ່ວມ “ງູ​​ຈົງ​ອາງຄຳ” ປີ 2019 ​ລະ​ຫວ່າງ​ໄທ ແລະ ອາ​ເມ​ຣິ​ກາ ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ພິຊະ​ນຸ​ໂລກ ທາງ​ພາກ​ເໜືອ​ປະ​ເທດ​ໄທ​ໃນ​ວັນ​ທີ 12 ​ກຸມ​ພາ​ນີ້ ເຊິ່ງ​ເປັນ​ໜຶ່ງ​ໃນ​ການ​ຊ້ອມ​ຮົບ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ໂດຍ​ມີ 29 ປະ​ເທດ​ເຂົ້າ​ຮ່ວມ ​ແລະ ເຂົ້າ​ສັງ​ເກດ​ການ. ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ນີ້​ຈະ​ຈັດ​ໄປ​ຈົນ​ຮອດ​ວັນ​ທີ 23 ເດືອນ​ນີ້.

ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ນີ້​ລວມ​ມີ​ການ​ບັນ​ຊາ​ການ​ສູ້​ຮົບ, ການ​ຝຶກ​ຊ້ອມ​ສູ້​ຮົບ​ຕົວ​ຈິງ ແລະ ການ​ຊ່ວຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ, ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ມີຫຼາຍກວ່າໝື່ນ​ຄົນ, ໃນ​ນັ້ນ, ອາ​ເມ​ຣິ​ກາ​ໄດ້​ສົ່ງ​ທະ​ຫານ 4.500 ຄົນ​ເຂົ້າ​ຮ່ວມ. ໄທ, ອາ​ເມ​ຣິ​ກາ, ສິງ​ກະ​ໂປ, ຍີ່​ປຸ່ນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ສ.ເກົາຫຼີ​ຈະ​ເຂົ້າ​ຮ່ວມ​ລາຍ​ການ​ສຳ​ຄັນ​ຂອງ​ການ​ຊ້ອມ​ຮົບ​ເທື່ອ​ນີ້. ຈີນ​ ແລະ ອິນ​ເດຍ​ຈະ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ ແລະ ມີ​ອີກຫຼາຍ​ປະ​ເທດ​ເຂົ້າຮ່ວມ​ໃນ​ຖາ​ນະ​ຜູ້ສັງ​ເກດ​ການ.

ຄຳ​ເຫັນ

0