吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳປູ​ເຈຍ​ມີ​ຊາວ​ຕ່າງ​ດ້າວ​ອາ​ໄສ​ຢູ່​ຫຼາຍ​ກວ່າ 180000 ຄົນ

2019-02-14 16:26:03 cri

ກະຊວງພາຍ​ໃນ​ກຳປູ​ເຈຍ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສຳ​ຫຼວດສະບັບ​ຫຼ້າ​ສຸດ​ວ່າ: ປັດຈຸບັນ​ນີ້, ມີ​ຊາວ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢ່ກຳປູ​ເຈຍ​ມີ 182673 ຄົນ, ​ໃນ​ນັ້ນ 81864 ຄົນ​ໄດ້​ປອມ​ແປງ​ເອກະສານ​​ເຂົ້າ​​ເປັນສັນຊາດກຳປູ​ເຈຍ​ຢ່າງ​ຜິດ​ກົດໝາຍ.

ທ່ານ​ຮຸນ​​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ເຊັນດຳ​ລັດ​ໃນ​ເດືອນ​ສິງຫາ​ປີ 2017 ວ່າ​ດ້ວຍການ​ຍົກ​ເລີກ​ໃບ​ຢັ້ງຢືນ​ປະ​ເພດ​ຕ່າງໆ​ໃນ​ການ​ເຂົ້າ​ເປັນ​ສັນຊາດກຳປູ​ເຈຍ​ຢ່າງ​ຜິດ​ກົດໝາຍ, ລວມທັງຂໍ້​ມູນ​ເຂົ້າ​ສັນຊາດ, ຂໍ້​ມູນຂຶ້ນທະບຽນ​ຊາວຕ່າງ​ດ້າວ, ​ບັດປະຈຳ​ຕົວ, ປຶ້ມ​ສຳມະ​ໂນ​ຄົວ ​ແລະ​ອື່ນໆ. ວັນ​ທີ 13 ກຸມພາ​ນີ້, ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ໄດ້ກ່າວ​ໃນ​ກອງ​ປະຊຸມ​ສະຫຼຸບປີ 2018 ວ່າ: ກົມ​ຮັບ​ຜິດ​ຊອບ​ຊາວ​ຕ່າງ​ດ້າວ​ໄດ້​ຄາດ​ຄະ​​ເນ​ໃນ​ເມື່ອ​ກ່ອນ​ວ່າ ຈະ​ມີຊາວ​ຕ່າງ​ດ້າວ​ທີ່​ມີໃບ​ຢັ້ງຢືນປະ​ເພດ​ຕ່າງໆ​​ເຂົ້າ​ສັນຊາດກຳປູ​ເຈຍ​ຢ່າງ​ຜິດ​ກົດໝາຍ​ປະມານ 7 ໝື່ນ​ຄົນ. ຮອດ​ເດືອນ​ຕຸລາ​ປີ 2018, ​ໄດ້​ມີຊາວ​ຕ່າງ​ດ້າວ 75089 ຄົນ​ຮ້ອງ​ຂໍ​ຂຶ້ນທະບຽນ​ເປັນ​ຊາວຕ່າງ​ດ້າວຖືກ​ກົດໝາຍ, ກະຊວງ​​ພາຍ​ໃນກຳປູ​ເຈຍ​ໄດ້​ຍົກ​ເລີກ​ໃບ​ຢັ້ງຢືນປະ​ເພດ​ຕ່າງໆ​ໃນ​ການ​ເຂົ້າສັນຊາດກຳ​ປູ​ເຈຍ​ຢ່າງ​ຜິດ​ກົດໝາຍ​ຂອງ​ຊາ​ວຕ່າງ​ດ້າວ 35001 ຄົນ.

ຄຳ​ເຫັນ

0