覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຕ່ຳ​ອັງ​ກິດ​ຢັບ​ຢັ້ງ​ຍັດ​ຕິຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​

2019-02-15 10:47:39 cri

​ວັນ​ທີ 14 ກຸມ​ພາ​ນີ້, ສະ​ພາ​ຕ່ຳ​ອັງ​ກິດ​ໄດ້​ລົງ​ຄະ​ແນນ​ສ​ຽງຢັບ​ຢັ້ງ​ຍັດ​ຕິ​ສະ​ບັບ​ໜຶ່ງ​ທີ່​ທ່ານ​ນາງ​ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ສະ​ເໜີ​ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ອັງ​ກິດ​ເຈ​ລ​ະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ການ​ດັດ​ແກ້​ສັນ​ຍາ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ.
 

 ໃນ​ເວ​ລາ​ລົງ​ຄະ​ແນນ​ສຽງ​ເມື່ອ​ວັນ​ທີ 14 ກຸມ​ພາ​ນີ້, ສະ​ມາ​ຊິກ​ສະ​ພາ​ທີ່​ສັງ​ກັດ​ພັກ​ອະ​ນຸ​ລັກ​ນິ​ຍົມ ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ຈຳ​ນວນ​ໜຶ່ງ​ທີ່​ເປັນ​ຝ່າຍ​ສະ​ໜັບ​ສະ​ໜູນ​​ການຖອນ​ອອກ​ຈາກ​ສະ​ຫະ​ພາ​ບ​ເອີ​ຣົບ​ນັ້ນບໍ່​ອອກ​ສຽງ​ເນື່ອງ​ຈາກ​ເປັນ​ຫ່ວງວ່າ ຍັດ​ຕິ​ດັ່ງ​ກ່າວ​ອາດ​ຈະ​ພາ​ໃຫ້​ອັງ​ກິດ​ປະ​ຕິ​ເສດ​​ສິ່ງ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໂດຍ​ບໍ່​ມີ​ສັນ​ຍາ ແລ້ວ​ທ່ວງ​ດຶງ​ເວ​ລາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ. ​ນັກວິ​ເຄາະ​ເຫັນ​ວ່າ, ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ຕ່ຳ​ອັງ​ກິດ​ໃນ​ວັນ​ທີ 14 ກຸມ​ພາ​ນີ້​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທາງ​ກົດ​ໝາຍ, ແຕ່​ກໍ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ພາຍ​ໃນ​ພັກ​ອະ​ນຸ​ລັກ​ນິ​ຍົມ​ມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ຢ່າງ​ໃຫຍ່ຫຼວງ​ໃນ​ບັນ​ຫາ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາ​ບ​ເອີ​ຣົບ ແລະ​ຍັງ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ອັງ​ກິດ​ເສຍ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ເວ​ລາ​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ.
 

ຕາມ​​ແຜນ​ການ​ໃນ​ປັດ​ຈຸ​ບັນ, ຖ້າ​ວ່າ ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ສາ​ມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ດັດ​ແກ້​ສັນ​ຍາ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ, ລັດ​ຖະ​ສະ​ພາ​ອັງ​ກິດ​ກໍ​ຈະ​ຈັດ​ການ​ລົງ​ຄະ​ແນນ​ສຽງ​ໃນ​ທ້າຍ​ເດືອນ​ນີ້​ເພື່ອ​ຕົກ​ລົງ​​ແຜນ​ການໃນ​ບ​າດ​ກ້າວ​ຕໍ່​ໄປ.

ຄຳ​ເຫັນ

0