黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ລັດຖະທຳ​ມະນູນ​ໄທ​ຮັບ​ເອົາ​ຄຳ​ກ່າວ​ຟ້ອງຍຸບ​ພັກ​ໄທ​ຮັກສາ​ຊາດ

2019-02-15 16:20:10 CRI

ສານ​ລັດຖະທຳ​ມະນູນ​ໄທ​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ກັນ​ໃນ​ວັນ​ທີ 14 ກຸມພາ​ນີ້ ​ໂດຍ​ຮັບ​ເອົາ​ຄຳ​ກ່າວ​ຟ້ອງ​ຂອງ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດກ່ຽວ​ກັບ​ການຍຸບພັກ​ໄທ​ຮັກສາ​ຊາດ ​ແລະ ຈະ​ຈັດການ​ຕັດສິນຫຼັງຜ່ານ​ການກວດກາ​ແລະ​ພິຈາລະ​ນາ.

ຫຼັງຈາກ​ໄດ້​ພິຈາລະນາ​​ຄຳ​ກ່າວ​ຟ້ອງ​ດັ່ງກ່າວ​ເປັນ​ເວລາ 1 ຊົ່ວ​ໂມງ ​ສານ​ລັດຖະທຳ​ມະນູນ​ໄດ້​ປະກາດ​ວ່າ: ບັນດາຜູ້​ພິພາກສາ​ໄດ້​ເປັນ​ເອກະ​ພາບ​ກັນ​ຮັບ​ເອົາ​ຄຳກ່າວ​ຟ້ອງ​ດັ່ງກ່າວ ​ແລະ ຮຽກຮ້ອງ​ໃຫ້​ພັກ​ໄທ​ຮັກສາ​ຊາດຕ້ອງ​ຍື່ນ​ເອກະສານ​ແກ້​ຄວາມ​ພາຍ​ໃນ​ເວລາ 7 ວັນຫຼັງ​ໄດ້​ຮັບ​ຄຳ​ກ່າວ​ຟ້ອງ​ຂອງ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ສະບັບ​ສຳ​ເນົາ.

ພັກ​ໄທ​ຮັກສາ​ຊາດ​ເຫັນ​ວ່າ ກ່ອນ​ຈະ​ຍື່ນ​ຄຳ​ກ່າວ​ຟ້ອງ​ໃຫ້​ແກ່​ສານ​ລັດຖະທຳ​ມະນູນ, ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ປະຕິ​ເສດ​ຮັບ​ຟັງ​ຄຳ​ອະທິບາຍ​ຂອງ​ພັກ​ຕົນ ຈຶ່ງ​ຂໍ​ໃຫ້​ສານ​ລັດຖະທຳ​ມະນູນປະຕິ​ເສດ​ຮັບ​ເອົາ​ຄຳ​ກ່າວ​ຟ້ອງ​ດັ່ງກ່າວ ​ແຕ່​ກໍຖືກ​ສານ​ລັດຖະທຳ​ມະນູນ​ປະຕິ​ເສດ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0