吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຫດການ​ເຮືອມຽນມາຫຼົ້ມ​ ຢ່າງ​ໜ້ອຍ​ມີ 10 ຄົນ​​ເສ​ຍຊີວິດ

2019-02-15 17:15:07 cri

ວັນ​ທີ 14 ກຸມ​ພາ​ນີ້, ອົງການ​ດັບ​ເພີງລັດຍະ​ໄຂ່​ມຽນມາ​ໄດ້​ອອກ​ຖ​ະ​ແຫຼ​ງການ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່​ເຂດ​ທະ​ເລ​ປະ​ເທດ​ຕົນ​ໄດ້​ເກີດ​ເຫດການ​​ເຮື​ອຫຼົ້ມ ​ ​ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 10 ຄົນ, ຍັງ​ມີ​ຜູ້​ຫາຍ​ສາບ​ສູນ​ຢ່າງ​ຫຼວງ​ຫຼາຍ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ເຮືອ​ດັ່ງກ່າວ​ໄດ້​ບັນທຸກ​ຜູ້​ໂດຍສານ 26 ຄົນ, ປັດຈຸບັນ​ນີ້​ໄດ້​ຄົ້ນ​ພົບຜູ້​ເສຍ​ຊີວິດ 10 ຄົນ ຍັງ​ມີ 9 ຄົນ​ຫາຍ​ສາບ​ສູນ ​ແລະ​ມີ 7 ຄົນ​ຖືກກອບ​ກູ້​ຊີວິດ​ໄດ້ ​ແລະ​ສົ່ງ​ໄປ​ສະຖານ​ທີ່​ປອດ​ໄພ​ແລ້ວ. ​ເຈົ້າ​ໜ້າ​ທີ່ພວມຊອກຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນຢູ່.

​ໃນ​ຕອນ​ເຊົ້າ​ວັນ​ທີ 11 ກຸມພາ​ນີ້, ​ເຮືອ​ຂອງ​ກະຊວງ​ຂົນ​ສົ່ງ ​ແລະ​ສື່ສານ​ມຽນມາ​ໄດ້​ປະສົບກັບ​ຄື້ນ​ທະ​ເລ​ຂະໜາດໃຫຍ່​ທີ່​ຊັດ​ເຮືອຈົນ​ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ເກາະ​ເລີ​​ເປນ, ​​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ເກາະ​ເລີ​​ເປນ​ໄດ້​ສົ່ງ​ເຮືອ 2 ລຳ​​ໄປ​ຊ່ວຍ​ເຫຼືອ, ທະ​ຫານ​ ​ແລະ​ຕຳຫຼວດ​ມຽນມາ​ກໍ​ສົ່ງ​​ເຈົ້າ​ໜ້າ​ທີ່​ເຂົ້າ​ໄປ​ຊ່ວຍ​ເຫຼືອ​ເຊັ່ນ​ກັນ.

ຄຳ​ເຫັນ

0