覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້ຽວ​ບິນ​ຕ່າງ​ປະ​ເທດ​ຂອງ​ສາຍ​ການ​ບິນ​ຈີນຂົ​ນ​ສົ່ງ​​ຜູ້ໂດຍ​ສານຫຼາຍກວ່າ 6 ລ້ານ​​ເທື່ອຄົນ​ຕໍ່​ເດືອນ​ເປັນ​ຄັ້ງ​ທຳ​ອິດ

2019-02-15 11:06:53 cri

ວັນ​ທີ 13 ກຸມ​ພາ​ນີ້, ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ເປີດ​ເຜີຍ​ສະ​ພາບ​ການ​ຂົນ​ສົ່ງ​ໂດຍ​ສານ​ຢ່າງ​ປອດ​ໄພ​ໃນ​ເດືອນ​ມັງ​ກອນ​ປີ 2019 ວ່າ: ເດືອນ​ມັງ​ກອນ​ຜ່ານ​ມາ, ທົ່ວ​ຂະ​ແໜງ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ສາ​ມາດ​ຂົນ​​ຜູ້ສົ່ງ​ໂດຍ​ສານ​ໄດ້ 53.413.000 ​ເທື່ອຄົນ, ເພີ່ມ​ຂຶ້ນ 14,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2018. ໃນ​ນີ້, ​ຖ້ຽວ​ບິນ​ຕ່າງ​ປະ​ເທດໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້ຫຼາຍກວ່າ 6 ລ້ານ​ເທື່ອ​ຄົນ​ຕໍ່​ເດືອນ​ເປັນ​ຄັ້ງ​ທຳ​ອິດ ຄື​ບັນ​ລຸ​ເຖິງ 6.075.000 ​ເທື່ອຄົນ ເພີ່ມ​ຂຶ້ນ 22,9%.
 

 ເມື່ອ​ເບິ່ງ​ຈາກ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ແລະ​ສະ​ພາບ​ການ​ບິນ​ປົກ​ກະ​ຕິ​ຂອງ​ຖ້ຽວ​ບິນ​ພົນ​ລະ​ເຮືອນ, ເດືອນ​ມັງ​ກອນ​ຜ່ານ​ມາ, ສາ​ມາດ​ຮັບ​ປະ​ກັນ​ການ​ບິນ​ປະ​ເພດ​ຕ່າງໆ​ລວມ​ທັງ​ໝົດ 498.486 ຖ້ຽວ, ສະ​ເລ່ຍ​ແລ້ວ 16.081 ຖ້ຽວ​ຕໍ່​ມື້, ເພີ່ມ​ຂຶ້ນ 11,05% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ອັດ​ຕາ​ການ​ບິນ​ປົກ​ກະ​ຕິ​ຂອງ​ຖ້ຽວ​ບິນ​ພົນ​ລະ​ເຮືອນ​ທົ່ວ​ປະ​ເທດ​ບັນ​ລຸ 83,62% ເພີ່ມ​ຂຶ້ນ 1,57% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

 

ຄຳ​ເຫັນ

0