黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີ​ອາ​ເມຣິກາ​ຈະ​ປະກາດ​ພາວະ​ສຸກ​ເສີນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ

2019-02-15 16:19:31 CRI

ທຳນຽບຂາວ​ອາ​ເມຣິກາ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ ປະທານາທິບໍດີ ໂດ​ໂນ ທຣຳ ຈະ​ລົງ​ນາມ​ໃນ​ດຳລັດຈັດ​ສັນ​ງົບປະມານຂອງລັດຖະບານ ​ແລະ ຈະ​ນຳ​ໃຊ້​​ເຄື່ອງມື​ທາງການ​ບໍລິຫານ ລວມທັງ​ປະກາດ​ພາວະ​ສຸກ​ເສີນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ສະກັດ​ກັ້ນວິ​ກິດ​ການ​ທີ່​ເປັນ​ໄພຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ມະນຸດສະທຳ​ຢູ່​ຕາມ​ຊາຍ​ແດນ​ປະ​ເທດ​ຕົນ.

ການ​ນຳ​ໃຊ້​ອຳນາດບໍລິຫານ​ເພື່ອ​ປະກາດ​ພາວະ​ສຸກ​ເສີນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈະ​ເຮັດ​ໃຫ້​ທ່ານ​ໂດ​ໂນ ທຣຳບໍ່ຜ່ານ​ລັດຖະສະພາ ​ແລະ ນຳ​ໃຊ້​ງົບປະມານ​ສະຫະລັດ​ທີ່​ໄດ້​ຮັບ​ການອະນຸມັດແລ້ວນັ້ນ​ເພື່ອ​ສ້າງ​ກຳ​ແພງກັ້ນ​ຕາມ​ຊາຍ​ແດນ. ​ໃນ​ໄລຍະ​ຜ່ານ​ມາ, ທຳນຽບຂາວ​ໄດ້​ກ່າວຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ນຳ​ໃຊ້​ມາດ​ຕະການ​ດັ່ງກ່າວ​ເພື່ອ​​ໃຫ້ໄດ້​ງົບປະມານ​ສ້າງ​ກຳ​ແພງ​ກັ້ນຕາມ​ຊາຍ​ແດນ.

​ເນື່ອງ​ຈາກ​ທຳນຽບຂາວ​ແລະ​ພັກດີ​ໂມ​ເກຣດ ມີ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ໜັກໜ່ວງ​ໃນ​ບັນຫາ​ການຈັດ​ສັນ​ງົບປະມານ​ເພື່ອ​ສ້າງ​ກຳ​ແພງ​ກັ້ນຕາມ​ຊາຍ​ແດນ​ອາ​ເມຣິກາ-​ເມັກ​ຊິກ ​ແລະ ບໍ່​ສາມາດ​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ໃນ​ຍັດຕິ​ການຈັດ​ສັນ​ງົບປະມານ​ດັ່ງກ່າວ​ໄດ້​ຢ່າງ​ທັນ​ການ ສົ່ງຜົນ​ເຮັດ​ໃຫ້ອົງການ​ລັດຖະບານ​ຈຳນວນ​ໜຶ່ງ ​ເຊັ່ນ: ກະຊວງ​ຮັກສາ​ຄວາມ​ໝັ້ນຄົງ​ດິນ​ແດນ​, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ເງິນ ​ແລະ​ອື່ນໆ​ຂອງ​ອາ​ເມຣິກາ​ໄດ້​ປິດ​ການ​ເຮັດ​ວຽກ​ນັບ​ແຕ່​ວັນ​ທີ 22 ທັນວາ​ປີຜ່ານມາ ​ແລະ ຍືດ​ເຍື້ອມາ​ເປັນ​ເວລາ 35 ວັນ ​ເຊິ່ງ​ເປັນ​​ໄລຍະ​ປິດການ​ເຮັດ​ວຽກ​ຂອງ​ສະຫະລັດ​ອາ​ເມຣິກາຍາວ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ.

ຄຳ​ເຫັນ

0