黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນສືບຕໍ່ລົງເລິກການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

2019-02-15 15:58:00 cri

ຕາມຂ່າວ CRI: ວັນທີ 15 ກຸມພານີ້ ທີ່ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ມີພິທີເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃຫ້ກຽດລົງນາມໃນສັນຍາດັ່ງກ່າວໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານລາວ ແລະທ່ານ ຈ່ຽງໄຈ້ຕົ່ງ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວ ຕາງໜ້າລັດຖະບານຈີນເປັນຜູ້ລົງນາມ, ໂດຍມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າລັດຖະບານ ແລະປະຊາຊົນລາວສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນກໍ່ຄືການຊ່ວຍເຫຼືອ ພັດທະນາປະເທດລາວໃນໄລຍະຜ່ານມາ.​ ຈາກໂຄງການກອງທຶນພິເສດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງທີ່ສອງປະເທດໄດ້ເຊັນສັນຍາຮ່ວມມືໃນປີຜ່ານມາ,​ ເຮັດໃຫ້ລາວໄດ້ຮັບຜົນປະໂຫຍດອັນແທ້ຈິງໃນຂົງເຂດຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄ່ງລ່າງ, ສາທາລະນະສຸກ, ກະສິກຳ, ການລົບລ້າງຄວາມທຸກຍາກ ແລະອື່ນໆ ໂດຍໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາໂຄງການທີ່ໄດ້ຮັບການອະນຸມັດໃນຄັ້ງນີ້ ຈະໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ທັງເປັນການຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນກໍ່ຄືຄອບຄົວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃຫ້ນັບມື້ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ.

ການລົງນາມໃນສັນຍາຄັ້ງນີ້ ມີຈຳນວນ 21 ໂຄງການ, ລວມມູນຄ່າ 4,551,100 ໂດລາສະຫະລັດ ເຊິ່ງປະກອບມີ 7 ກະຊວງ ແລະຂະແໜງການຂອງລາວຮັບຜິດຊອບຈັດຕັ້ງປະຕິບັດ. ໃນໄລຍະຜ່ານມາຜ່ານມາ, ສປປ ລາວ ເຄີຍໄດ້ຮັບໂຄງການຮ່ວມມືຈຳນວນ 13 ໂຄງການ, ລວມມູນຄ່າຫຼາຍກວ່າ 3 ລ້ານໂດລາສະຫະລັດ ແລະປັດຈຸບັນກຳລັງຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.

ຂ່າວແຈ້ງຕື່ມວ່າ, ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນໂຄງການທີ່ຢູ່ພາຍໃຕ້ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳອິດ ໃນປີ 2016 ທີ່ເມືອງຊັນຢາ ແຂວງໄຫໜານ ສປ ຈີນ. ໃນກອງປະຊຸມດັ່ງກ່າວ, ລັດຖະບານຈີນໄດ້ສະເໜີ ສະໜອງທຶນຮອນຈຳນວນ 300 ລ້ານໂດລາສະຫະລັດໃຫ້ແກ່ບັນດາໂຄງການຮ່ວມມືຂະໜາດນ້ອຍ ແລະກາງທີ່ສະເໜີໂດຍບັນດາປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ຄຳ​ເຫັນ

0