ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 14 ກຸມພານີ້, ກະຊວງການຄ້າຈີນໄດ້ເປີດເຜີຍວ່າ: ໃນເດືອນມັງກອນຜ່ານມາ, ການລົງທຶນຂອງຕ່າງປະເທດບັນລຸ 84,18 ຕື້ຢວນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ຂະແໜງການເຕັກນິກສູງ ໂດຍສະເພາະການບໍລິການເຕັກນິກສູງເພີ່ມຂຶ້ນຢ່າງພົ້ນເດັ່ນ. ໃນແຫຼ່ງການລົງທຶນຕົ້ນຕໍ, ບັນດາປະເທດ “ໜຶ່ງແລວໜຶ່ງເສັ້ນທາງ”, ອາຊຽນ ແລະສະຫະພາບເອີຣົບມີການລົງທຶນເພີ່ມຂຶ້ນ; ເຂດບໍລິຫານພິເສດຮົງກົງ, ສິງກະໂປ, ອາເມຣິກາ, ອັງກິດ ແລະໂຮນລັງກໍໄດ້ລົງທຶນເພີ່ມຂຶ້ນເຊັ່ນກັນ, ໃນນັ້ນ ການລົງທຶນຈາກອາເມຣິກາເພີ່ມຂຶ້ນ 124,6%.
ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນຈະສືບຕໍ່ພະຍາຍາມສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດປະເພດຕ່າງໆ ແລະຍົກສູງຄວາມສາມາດດຶງດູດການລົງທຶນຕ່າງປະເທດຕື່ມອີກ.
ຄຳເຫັນ
0