吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ອາ​ເມຣິກາ ​ແລະ​ສ.​ເກົາຫຼີ​ປຶກສາ​ຫາລື​ບັນຫາ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ

2019-02-15 17:15:40 cri

ວັນ​ທີ 14 ກຸມພາ​ນີ້, ທ່ານ​​ໄມ ພົມ​ເພ​ວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ ​ແລະ​ທ່ານ​ນາງ ດອງຄັງ​ຄິງຮວາ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ​ໄດ້​ພົບ​ປະກັນ​ຢູ່​ນະຄອນຫຼວງ​ວາກ​ໂຊ​ວີ​ປະ​ເທ​ດໂປ​ໂລ​ຍ, ສອງຝ່າຍ​ໄດ້​ປຶກສາ​ຫາລືກັນ​ເພື່ອ​ຊຸກຍູ້​ການປອດ​ນິວ​ເຄຼຍຢູ່ແຫຼມ​ເກົາຫຼີ ​ແລະບັນຫາ​ອື່ນໆ.

ກະຊວງ​ການ​ຕ່າງປະ​ເທດອາ​ເມຣິກາ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ມື້​ດຽວ​ກັນ​ວ່າ: ທ່ານ​ພົມ​ເພ​ວ ​ແລະ​ທ່ານ​ນາງ ຄັງ​ຄິງຮວາ​ໄດ້​ປຶກສາ​ຫາລື​ເຖິງ​ຄວາມ​ພະຍາຍາມ​ກ່ຽວ​ກັບ​ການ​ຊຸກຍູ້​ສປປ.​ເກົາຫຼີ​ບັນລຸ​ການ​ປອດ​ນິວ​ເຄຼຍຢ່າງ​ສິ້ນ​ເຊິ​ງ ​ແລະ​ຜ່ານ​ການ​ກວດກາ ພ້ອມ​ດຽວ​ກັນ​ກໍ​ຈະ​ແຈ້ງສະພາບ​ການພົບ​ປະ​ກັບສປປ.​ເກົາຫຼີ​​​​ໃຫ້​ຝ່າຍ​ກົງກັນຂ້າມ​ໄດ້​ຮັບ​ຊາບ. ສອງ​ຝ່າຍ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຍິນ​ດີ​ສືບ​ຕໍ່ສຸ​ມ​ໃສ່​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມຣິກາ, ຍີ່ປຸ່ນ ​ແລະ​ສ.​ເກົາຫຼີ.

ວັນ​ທີ 13 ກຸມພາ​ນີ້, ທ່າ​ນພົມ​ເພ​ວ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນຊົນ​ອາ​ເມຣິກາ 2 ​ແຫ່ງ​ວ່າ: ອາ​ເມຣິກາ​ຫວັງ​ວ່າການ​ພົບ​ປະຂອງ​ຜູ້ນຳ​ສູງ​ສຸດ​ອາ​ເມຣິກາ-ສປປ.​ເກົາຫຼີ​ທີ່​ໃກ້​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກຸມພາ​ນີ້​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ດີ, ຈະ​ສາມາດຊຸກຍູ້​ການ​ປອດ​ນິວ​ເຄຼຍ​ຢູ່ແຫຼມ​ເກົາຫຼີ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ຂຶ້ນ​ອີກ ​ເພື່ອ​ຜ່ອນຄາຍສະຖານະ​ການຄວາມ​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ. ຖ້າ​ກາ​ນພົບ​ປະ​ຄັ້ງ​ນີ້​ບັນລຸ​ໝາກຜົນ​ເປັນ​ຢ່າງ​ດີ, ອາ​ເມຣິກາ​ຍິນດີ​ຫຼຸດຜ່ອນ​ການ​ຂວ້ຳ​ບາດດ້ານເສດຖະກິດຕໍ່​ສປປ.​ເກົາຫຼີ.

ຄຳ​ເຫັນ

0