黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະຜູ້ຕາງໜ້າການເຈລະຈາການຄ້າຂອງອາເມລິກາ

2019-02-15 19:29:15 cri

ວັນທີ 15 ກຸມພານີ້ ຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂຣເບີດ ໄລຊິນເຊີ ຜູ້ຕາງໜ້າການເຈລະຈາການຄ້າຂອງອາເມລິກາ ແລະທ່ານສະຕິວັນ ມູນູຊິນ ລັດຖະມົນຕີກະຊວງການເງິນອາເມລິກາທີ່ມາຈີນເຂົ້າຮ່ວມການເຈລະຈາລະດັບສູງກ່ຽວກັບການຄ້າຈີນ-ອາເມລິກາຮອບໃໝ່.

ທ່ານສີຈິ້ນຜິງ ຊີ້ອອກວ່າ, ການພົວພັນຈີນ-ອາເມລິກາແມ່ນການພົວພັນສອງຝ່າຍ ທີ່ສຳຄັນທີ່ສຸດໃນໂລກປະຈຸບັນ ເຊິ່ງສອງປະເທດມີຜົນປະໂຫຍດຮ່ວມກັນອັນກວ້າງຂວາງ ແລະມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນດ້ານການປົກປັກຮັກສາສັນຕິພາບ ສະຖຽນລະພາບ ຂອງໂລກ, ຊຸກຍູ້ໃຫ້ທົ່ວໂລກພັດທະນາແລະມີຄວາມຈະເລີນຮຸ່ງເຮືອງ. ການທີ່ໃຫ້ການພົວ ພັນຈີນ-ອາເມລິກາຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ ສອດຄ່ອງກັບຜົນປະໂຫຍດ ກົກຮາກຂອງປະຊາຊົນທັງສອງປະເທດ ແລະເປັນການຄອງຄອຍໂດຍທົ່ວໄປຂອງປະຊາ ຄົມໂລກ. ເດືອນທັນວາ ປີກາຍນີ້ ຂ້າພະເຈົ້າ ແລະທ່ານປະທານາທິບໍດີໂດນັດ ທຣຳໄດ້ພົບ ປະກັນຢູ່ອັກຊັງຕິນ ແລະໄດ້ບັນລຸຄວາມເປັນເອກະພາບກັນອັນສຳຄັນ ເຊິ່ງສອງປະເທດ ຈະຮ່ວມກັນຊຸກຍູ້ການພົວພັນສອງຝ່າຍທີ່ຖືການປະສານງານກັນ, ຮ່ວມມືກັນ ແລະມີ ຄວາມໝັ້ນຄົງເປັນພື້ນຖານ, ຫວັງວ່າທິມງານຂອງທັງສອງຝ່າຍຈົ່ງອີງຕາມຫຼັກການ ແລະທິດທາງ ທີ່ຂ້າພະເຈົ້າກັບທ່ານທຣຳບັນລຸໄວ້ ເພື່ອເພີ່ມທະວີການແລກປ່ຽນທຳຄວາມ ເຂົ້າໃຈກັນ, ສຸມໃສ່ການຮ່ວມມືກັນ ແລະຄວບຄຸມຄວາມຂັດແຍ້ງກັນ ຊຸກຍູ້ການ ຮ່ວມມືເສດ ຖະກິດການຄ້າລະຫວ່າງຈີນ-ອາເມລິກາ ແລະການພົວພັນລະຫວ່າງສອງປະເທດຂະ ຫຍາຍຕົວກ້າວໄປໜ້າຢ່າງປອດໃສແລະໝັ້ນຄົງ.

ທ່ານສີຈິ້ນຜິງຊີ້ອອກວ່າ, ນັບແຕ່ເດືອນທັນວາປີກາຍນີ້ເປັນຕົ້ນມາ, ທິມງານເສດຖະກິດ ການຄ້າຂອງສອງປະເທດໄດ້ປຶກສາຫາລືຢ່າງແໜ້ນແຟ້ນແລະບັງເກີດຜົນ. ຂ້າພະເຈົ້າໄດ້ ເວົ້າຫຼາຍເທື່ອວ່າ, ຈີນ ແລະອາເມລິກາບໍ່ສາມາດແຍກຕົວອອກເຊິ່ງກັນແລະກັນ, ຖືກຕ້ອງ ປອງດອງກັນຈະໄດ້ຮັບຜົນປະໂຫຍດທັງສອງຝ່າຍ, ຕ້ານຢັນກັນກໍ່ຈະຖືກກະທົບທັງສອງ ຝ່າຍ, ການຮ່ວມມືເປັນການເລືອກທີ່ດີທີ່ສຸດ. ກ່ຽວກັບຄວາມຂັດແຍ້ງກັນດ້ານ ເສດຖະ ກິດການຄ້າລະຫວ່າງສອງຝ່າຍ ພວກເຮົາຍິນດີແກ້ໄຂດ້ວຍການຮ່ວມມືກັນ, ຊຸກຍູ້ໃຫ້ກ້າວ ເຖິງການບັນລຸສັນຍາທີ່ສອງຝ່າຍລ້ວນແຕ່ຮອງຮັບໄດ້. ແຕ່ວ່າການຮ່ວມມືແມ່ນຕ້ອງມີຫຼັກ ການ. ສອງສາມມື້ຜ່ານມາ  ທົ່ວໂລກໄດ້ສຸມສາຍຕາໃສ່ປັກກິ່ງ. ການປຶກສາຫາລືກັນ ລະ ຫວ່າງທິມງານຂອງສອງຝ່າຍໄດ້ຮັບຄວາມຄືບໜ້າທີ່ເປັນຂັ້ນຕອນ. ອາທິດໜ້າ, ສອງຝ່າຍ ຍັງຈະພົບປະກັນຢູ່ທີ່ວໍຊິງຕັນ, ຫວັງວ່າພວກທ່ານຈົ່ງພະຍາຍາມຕໍ່ໄປ, ຊຸກຍູ້ການບັນ ລຸສັນຍາທີ່ໄດ້ຮັບຜົນປະໂຫຍດນຳກັນ.

ທ່ານໄລຊິນເຊີ ແລະທ່ານມູນູຊິໄດ້ສົ່ງຕໍ່ຄຳຢື້ຢາມຖາມຂ່າວແລະຄຳອວຍພອນອັນດີ ງາມຂອງທ່ານປະທານາທິບໍດີທຣຳໄປຍັງທ່ານປະທານສີຈິ້ນຜິງ ໂດຍກ່າວວ່າ ການພົວພັນ ການຄ້າລະຫວ່າງອາເມລິກາ-ຈີນສຳຄັນທີ່ສຸດ. ໃນສອງມື້ທີ່ຜ່ານມາ ສອງຝ່າຍໄດ້ຫາລືກັນ ຢ່າງເລິກເຊິ່ງກ່ຽວກັບບັນຫາເສດຖະກິດການຄ້າທີ່ສອງຝ່າຍສົນໃຈຮ່ວມກັນ, ແລະໄດ້ຮັບ ຄວາມຄືບໜ້າອັນໃໝ່ໃນບັນຫາສຳຄັນແລະຫຍຸ້ງຍາກ. ເຖິງວ່າຍັງມີຫຼາຍວຽກງານຢູ່, ແຕ່ພວກເຮົາແມ່ນມີຄວາມຫວັງ. ໃນຂັ້ນຕອນຕໍ່ໄປ ທິມງານອາມເລິກາຈະຮ່ວມ ກັບທິມງານຈີນ ແລກປ່ຽນກັນຢ່າງແໜ້ນແຟ້ນ, ຍາດແຍ່ງໃຫ້ບັນລຸສັນຍາທີ່ສອດຄ່ອງກັບ ຜົນປະໂຫຍດຂອງທັງສອງຝ່າຍ. ທ່ານປະທານາທິບໍດີທຣຳເຄົາລົບນັບຖືທ່ານປະທານສີ ຈິ້ນຜິງຢ່າງສູງ, ແລະຄອງຄອຍແລກປ່ຽນ ກັບທ່ານປະທານສີຈິ້ນຜິງຢ່າງແໜ້ນແຟ້ນ.

 

ຄຳ​ເຫັນ

0