黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດິຟິລິບ​ປິ​ນອະນຸມັດ​ໃຫ້​ສ້າງ​ເຂດ​ເສດຖະກິດ​ພິ​ເສດ IT ສອງ​ແຫ່ງ

2019-02-15 16:24:20 CRI

ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ ​​ໄດ້ລົງ​ນາມ​ໃນ​ແຈ້ງ​ການ 2 ສະບັບ​ໃນ​ວັນ​ທີ 13 ກຸມພາ​ນີ້ ​ໂດຍ​ອະນຸມັດ​ໃຫ້​ສ້າງ​ເຂດ​ເສດຖະກິດ​ພິ​ເສດ IT ສອງ​ແຫ່ງ​ຢູ່​ເມ​ໂຕຣມະນິລາ ​ເຊິ່ງ​ພາຍໃນ​ສອງເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວຈະ​ມີ​ນະ​ໂຍບາຍ​ໃຫ້ບຸລິມະ​ສິດຫຼາຍດ້ານທີ່​ລະບຸ​ໄວ້​ໃນ “ກົດໝາຍ​ວ່າ​ດ້ວຍ​ເຂດ​ເສດຖະກິດ​ພິ​ເສດ” ຟິລິບ​ປິນ ​​ຫວັງ​ຈະ​​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ ຈະສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ.

ສຳນັກຂ່າວສານຟິລິບ​ປິນລາຍ​ງານ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ ທ່ານ​ດູ​ເຕີ​ເຕ ​ໄດ້​ລົງ​ນາມ​ໃນ​ແຈ້ງ​ການ​ສອງ​ສະບັບ​ດັ່ງກ່າວ ​ຕາມ​ການສະ​ເໜີຂອງ​ສະພາ​ບໍລິຫານ​ອົງການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ​ຟິລິບ​ປິນ ​ເຊິ່ງ​ໃນ​ແຈ້ງ​ການ​ໄດ້​ກຳນົດ​​ເອົາເຂດ EDSA corner North avenue ​ໃນ​ເຂດ​ດີ​ລີ​ມານ ​ເມືອງ​​ເກວຊອນ ທີ່​ມີ​ເນື້ອ​ທີ່​ 26.000 ​ຕາ​ແມັດ​ເປັນ​ສວນສາທາລະນະ IT ​ເອີ້ນ​ວ່າ​ເຂດ​ກວມ​ລວມ SM City North EDSA; ກຳນົດ​ເອົາ​ອາຄານຫຼັງໜຶ່ງ​ໃນ BGC ​ເປັນ​ເຂດ​ພິ​ເສດ​ IT ​ເຊິ່ງອາຄານຫຼັງນີ້​ມີເນື້ອ​ທີ່​ເຖິງ 3.010 ຕາ​ແມັດ.

ອີງ​ຕາມ​ມະຕິ​ທີ່​ກ່ຽວຂ້ອງ, ນັກທຸລະ​ກິດ ​ແລະ ນັກ​ລົງທຶນ​ອຸດສາຫະກຳ​ທີ່​ໄປ​ລົງທຶນ​ຢູ່​ໃນ​ເຂດ​​ເສດຖະກິດພິ​ເສດຈະ​ໄດ້​ຮັບ​ການ​ສົ່ງ​ເສີມ​ແລະ​ໃຫ້​ບຸລິມະສິດພິ​ເສດ.

ຄຳ​ເຫັນ

0